ບັນດາສະມາຊິກສະພາແຫ່ງຊາດໄດ້ເຫັນດີຕໍ່ເລື່ອງປະກາດໃຊ້ຮ່າງກົດໝາຍ ເພື່ອແນໃສ່ຍົກສູງລັກສະນະຍຸຕິທຳຂອງລະບົບພາສີ; ມອບໃຫ້ລັດຖະບານກຳນົດລະດັບລາຍຮັບທີ່ບໍ່ຕ້ອງເສຍພາສີສ່ວນບຸກຄົນ
ຕອນເຊົ້າວັນທີ 23 ເມສາ, ຢູ່ ຮ່າໂນ້ຍ, ສະພາແຫ່ງຊາດສືບຕໍ່ປຶກສາຫາລືຢູ່ຫໍປະຊຸມ (ພາບ: quochoi.vn)
ໂດຍສືບຕໍ່ກອງປະຊຸມຄັ້ງປະຖົມມະເລິກ, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 16, ຕອນເຊົ້າວັນທີ 23 ເມສາ, ຢູ່ ຮ່າໂນ້ຍ, ສະພາແຫ່ງຊາດສືບຕໍ່ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍລາຍໄດ້ສ່ວນບຸກຄົນ, ກົດໝາຍວ່າດ້ວຍພາສີມູນຄ່າເພີ່ມ, ກົດໝາຍວ່າດ້ວຍລາຍຮັບວິສາຫະກິດ ແລະ ກົດໝາຍວ່າດ້ວຍພາສີຈຳໜ່າຍພິເສດ.
ບັນດາສະມາຊິກສະພາແຫ່ງຊາດໄດ້ເຫັນດີຕໍ່ເລື່ອງປະກາດໃຊ້ຮ່າງກົດໝາຍ ເພື່ອແນໃສ່ຍົກສູງລັກສະນະຍຸຕິທຳຂອງລະບົບພາສີ; ມອບໃຫ້ລັດຖະບານກຳນົດລະດັບລາຍຮັບທີ່ບໍ່ຕ້ອງເສຍພາສີສ່ວນບຸກຄົນ, ບໍ່ເສຍພາສີມູນຄ່າເພີ່ມສຳລັບຄອບຄົວດຳເນີນທຸລະກິດໄດ້ຍົກເວັ້ນພາສີລາຍຮັບວິສາຫະກິດ.
ຕອນບ່າຍວັນທີ 23 ເມສາ, ສະພາແຫ່ງຊາດຈັດວ່າລະປະຊຸມຄົບຄະນະຢູ່ຫໍປະຊຸມ, ລົງຄະແນນສຽງຮັບຮອງເອົາຮ່າງກົດໝາຍ, ມະຕິບາງສະບັບ, ໃນນັ້ນມີ: ກົດໝາຍວ່າດ້ວຍການເຂົ້າເຖິງຂໍ້ມູນຂ່າວສານ (ສະບັບປັບປຸງ); ກົດໝາຍວ່າດ້ວຍນະຄອນຫຼວງ (ສະບັບປັບປຸງ); ກົດໝາຍວ່າດ້ວຍການເຫຼື້ອມໄສເຊື່ອຖືສາສະໜາ (ສະບັບປັບປຸງ)… ສະພາແຫ່ງຊາດກໍ່ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບໝາກຜົນການຕິດຕາມການແກ້ໄຂຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງທີ່ສົ່ງເຖິງກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15.