ຂ່າວສານ
ກະສັດ ພູຖານ ແລະ ພະມະເຫສີ ມາຮອດ ຮ່າໂນ້ຍ ເລີ່ມຕົ້ນການຢ້ຽມຢາມ ທາງລັດຖະກິດ ຢູ່ ຫວຽດນາມ
ຕອນບ່າຍວັນທີ 18 ສິງຫາ, ກະສັດ ພູຖານ ແລະ ພະມະເຫສີ ໄດ້ມາຮອດຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ຢູ່ຫວຽດນາມ ນັບແຕ່ວັນທີ 18 – 22 ສິງຫາ, ຕາມຄຳເຊື້ອເຊີນຂອງທ່ານປະທານປະເທດ ເລື່ອງເກືອງ ແລະ ພັນລະຍາ. ຕ້ອນຮັບຄະນະຢູ່ສະໜາມບິນສາກົນໂນ້ຍບາຍ ມີທ່ານລັດຖະມົນຕີກະຊວງຊົນເຜົ່າ ແລະ ສາສະໜາ ດ່າວງອກຢຸງ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນແມັ້ງເກື່ອງ ແລະ ຜູ້ຕາງໜ້າຫ້ອງວ່າການປະທານປະເທດ, ຜູ້ຕາງໜ້າບັນດາຫົວໜ່ວຍທີ່ກ່ຽວຂ້ອງຂອງກະຊວງການຕ່າງປະເທດ. ຫວຽດນາມ ແລະ ພູຖານໄດ້ສ້າງຕັ້ງການພົວພັນທາງການທູດນັບແຕ່ວັນທີ 19 ມັງກອນ 2012. ສອງປະເທດມີການພົວພັນມິດຕະພາບອັນດີງາມ, ການນຳສອງປະເທດໄດ້ໂອ້ລົມທາງໂທລະສັບເປັນປະຈຳເນື່ອງໃນບັນດາໂອກາດເຫດການຕ່າງໆ.