ຂ່າວສານ

ກະ​ສັດ ພູ​ຖານ ແລະ ພະມະ​​ເຫ​ສີ ມາ​ຮອດ ​ຮ່າ​ໂນ້ຍ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ທາງ​ລັດ​ຖະ​ກິດ ຢູ່ ຫວຽດ​ນາມ

ຫວຽດນາມ ແລະ ພູຖານໄດ້ສ້າງຕັ້ງການພົວພັນທາງການທູດນັບແຕ່ວັນທີ 19 ມັງກອນ 2012. ສອງປະເທດມີການພົວພັນມິດຕະພາບອັນດີງາມ, ການນຳສອງປະເທດໄດ້ໂອ້ລົມທາງໂທລະສັບເປັນປະຈຳເນື່ອງໃນບັນດາໂອກາດເຫດການຕ່າງໆ.
ທ່ານລັດຖະມົນຕີກະຊວງຊົນເຜົ່າ ແລະ ສາສະໜາ ດ່າວງອກຢຸງ ຕ້ອນຮັບ ກະສັດ ພູຖານ ແລະ ພະມະເຫສີ (ພາບ: TTXVN )

ຕອນບ່າຍວັນທີ 18 ສິງຫາ, ກະສັດ ພູຖານ ແລະ ພະມະເຫສີ ໄດ້ມາຮອດຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ຢູ່ຫວຽດນາມ ນັບແຕ່ວັນທີ 18 – 22 ສິງຫາ, ຕາມຄຳເຊື້ອເຊີນຂອງທ່ານປະທານປະເທດ ເລື່ອງເກືອງ ແລະ ພັນລະຍາ. ຕ້ອນຮັບຄະນະຢູ່ສະໜາມບິນສາກົນໂນ້ຍບາຍ ມີທ່ານລັດຖະມົນຕີກະຊວງຊົນເຜົ່າ ແລະ ສາສະໜາ ດ່າວງອກຢຸງ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນແມັ້ງເກື່ອງ ແລະ ຜູ້ຕາງໜ້າຫ້ອງວ່າການປະທານປະເທດ, ຜູ້ຕາງໜ້າບັນດາຫົວໜ່ວຍທີ່ກ່ຽວຂ້ອງຂອງກະຊວງການຕ່າງປະເທດ. ຫວຽດນາມ ແລະ ພູຖານໄດ້ສ້າງຕັ້ງການພົວພັນທາງການທູດນັບແຕ່ວັນທີ 19 ມັງກອນ 2012. ສອງປະເທດມີການພົວພັນມິດຕະພາບອັນດີງາມ, ການນຳສອງປະເທດໄດ້ໂອ້ລົມທາງໂທລະສັບເປັນປະຈຳເນື່ອງໃນບັນດາໂອກາດເຫດການຕ່າງໆ.


top