• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຫວຽດ​ນາມມອບ​ຜ້າ​ອັດ​ປາກ - ​ອັດດັງ​ຈ​ຳ​ນວນ 200.000 ອັນ​ໃຫ້​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ລາວ

ເພື່ອແນໃສ່ໜູນຊ່ວຍກະຊວງສາທາລະນະສຸກລາວ ໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19, ຕອນບ່າຍວັນທີ 15 ກໍລະກົດ 2020 ຢູ່ຮ່າໂນ້ຍ, ທ່ານ ສາດສະດາຈານ, ປ.ອ ຫງວຽນແທັງລອງ, ຜູ້ຮັກສາການລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມໄດ້ມອບຜ້າອັດປາກ - ອັດດັງຈຳນວນ 200.000 ອັນໃຫ້ ກະຊວງສາທາລະນະສຸກລາວ.

ພິທີມອບ - ຮັບຜ້າອັດປາກການແພດ (ພາບ: dangcongsan.vn

ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດລາວປະຈຳຫວຽດນາມເປັນຜູ້ຮັບ ແລະ ກ່າວສະແດງຄວາມຂອບໃຈຕໍ່ຂອງຂວັນທີ່ມີຄວາມໝາຍຈາກກະຊວງສາທາລະນະສຸກຫວຽດນາມ, ທ່ານກໍ່ສະແດງຄວາມຊົມເຊີນຕໍ່ໝາກຜົນອັນຍິ່ງໃຫຍ່ໃນວຽກງານປ້ອງກັນ, ສະກັດກັ້ນໂລກລະລາດ ຂອງຫວຽດນາມໃນໄລຍະທີ່ຜ່ານມາ, ໃນນັ້ນມີການປະກອບສ່ວນຢ່າງໃຫຍ່ຫຼວງຂອງຂະແໜງສາທາລະນະສຸກຫວຽດນາມ. ທ່ານ ເອກອັກຄະລັດຖະທູດ ໄດ້ຕີລາຄສູງ ແລະ ຮັບຮູ້ຕໍ່ນ້ຳໃຈຂອງ ລັດຖະບານ, ປະຊາຊົນຫວຽດນາມ ກໍ່ຄືກະຊວງສາທາລະນະສຸກ ຫວຽດນາມສະຫງວນໃຫ້ ລັດຖະບານ ແລະ ປະຊາຊົນລາວ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ໃນໄລຍະຜ່ານມາ ຫວຽດນາມ ຍາມໃດກໍ່ຢຶດໝັ້ນກັບນະໂຍບາຍການຕ່າງປະເທດເປັນເອກະລາດ, ເປັນເຈົ້າຕອນເອງ, ສັນຕິພາບ, ການຮ່ວມມື ແລະ ພັດທະນາ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ.

Top