• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະ​ຊວງ​ຍຸ​ຕິ​ທຳ​ມີ​ຄວາມ​ຮັບ​ຜິດ​ຊອບ​ຢ່າງໃຫ​ຍ່ຫຼວງ ​ເພື່ອ​ໃຫ້​ກົດ​ໝາຍ, ລະ​ບອບ​ລະ​ບຽບ​ການ​ແມ່ນ​ບາດ​ກ້າວ​ບຸກ​ທະ​ລຸ​ຍຸດ​ທະ​ສາດ

ວັນ​ທີ 11 ພຶ​ດ​ສະ​ພາ, ຢູ່​ຮ່າ​ໂນ້ຍ, ກົມ​ໃຫຍ່​ການ​ເມືອງກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ໄດ້​ຈັດ​ກອງ​ປະ​ຊຸມ​ຜັນ​ຂະ​ຫຍາຍ​ການປະ​ຕິ​ບັດ​ “ຍຸດ​ທະ​ນະ​ນາ​ການ 500 ວັນ ແລະ ຄືນ​ຍູ້​ແຮງ​ການ​ປະ​ຕິ​ບັດ​ວຽກ​ງານ​ຊອກ​ຫາ, ເຕົ້າ​ໂຮມ ແລະ ຢັ້ງ​ຢືນ​ຊື່ - ນາມ​ສະ​ກຸນ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ”.
ພົບ​ເຫັນ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່​ຕາ​ແສງ ຫຽວ​ຢາງ, ແຂວງ ກວາງ​ຈິ (ພາບ: VOV)
ໃນ​ກອງ​ປະ​ຊຸມ, ທ່ານ​ພົນ​ໂທ ເລກວາງ​ມິງ, ຮອງ​ຫົວ​ໜ້າ​ກົມ​ໃຫຍ່​ການ​ເມືອງ, ກຳ​ມະ​ການ​ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຊອກ​ຫາ, ເຕົ້າ​ໂຮມ ແລະ ຢັ້ງ​ຢືນ​ຊື່​ນາມ​ສະ​ກຸນ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ (ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ 515), ໃຫ້​ຮູ້​ວ່າ ນັບ​ແຕ່​ວັນ​ທີ 15 ມີ​ນາ ຫາ​ວັນ​ທີ 6 ພຶດ​ສະ​ພາ, ບັນ​ດາ​ອົງ​ການ, ກົມ​ກອງໄດ້​ຊອກ​ຫາ, ເຕົ້າ​ໂຮມ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ໄດ້​ທັງ​ໝົດ 358 ອັດ​ຖິ (ຢູ່​ພາຍ​ໃນ​ປະ​ເທດ: 51 ​ອັດ​ຖິ, ຢູ່​ລາວ: 36 ​ອັດ​ຖິ, ກຳ​ປູ​ເຈຍ: 271 ​ອັດ​ຖິ); ສະ​ເໜີ​ໃຫ້​ບັນ​ດາ​ອົງ​ການ, ຫົວ​ໜ່ວຍ​ສ້າງ​ແຜນ​ການ, ຈັດ​ຕັ້ງ​ຜັນ​ຂະ​ຫຍາຍ​​ການປະ​ຕິ​ບັດ​ບຸດ​ທະ​ນາ​ການ ແລະ ບັນ​ດາ​ເນື້ອ​ໃນ, ໜ້າ​ທີ່​ທີ່​ກ່ຽວ​ຂ້ອງ​ເຖິງວຽກ​ງານ​ຊອກ​ຫາ, ເຕົ້າ​ໂຮມ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ… ໄປ​ຄຽງ​ຄູ່​ກັນ​ນັ້ນ, ບັນ​ດາ​ອົງ​ການ, ຫົວ​ໜ່ວຍ​ກໍ່​ສ້າງ​ແຜນ​ການ, ແບບ​ວິ​ທີ​ສົມ​ທົບ​ກັບ​ຝ່າຍ ອາ​ເມ​ລິ​ກາ, ຈີນ, ສ.ເກົາຫຼີ ເພື່ອ​ຂຸ​ດ​ຄົ້ນ​ເອ​ກະ​ສານ, ວັດ​ຖຸ​ພັນທີ່​ກ່ຽວ​ຂ້ອງ​ເຖິງ​ທະ​ຫານ ຫວຽດ​ນາມ ຜູ້​ທີ່​ເສຍ​ສະຫຼະ​ຊີ​ວິດ, ຫາ​ຍ​ສາບ​ສູນ​ໃນ​ສົງ​ຄາມ. ທ່ານ​ພົນ​ໂທ ເລກວາງ​ມິງ ຮຽກ​ຮ້ອງ​ໃຫ້​ຍູ້​ແຮງ​ການ​ໂຄ​ສະ​ນາ​ກ່ຽວ​ກັບ​ຍຸດ​ທະ​ນາ​ການ​ດັ່ງ​ກ່າວ ຜ່າ​ນ​ພາ​ຫະ​ນະ​ສື່ມວນ​ຊົນ, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນໝູ່​ປະ​ຊາ​ຊົນ, ຮັບ​ປະ​ກັນ​ປະ​ຕິ​ບັດ​ສຳ​ເລັດ​ເປົ້າ​ໝາຍ​ຂອງ​ຍຸດ​ທະ​ນາ​ການ​ດັ່ງ​ກ່າວ.

(ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ​ຄັ້ງ​ທີ XI: ແນວ​ໂຮມ​ປ່ຽນ​ແປງ​ໃໝ່​ຢ່າງ​ແຮງ​ເພື່ອ​ໃກ້​​ກັບຊິດ​ປະ​ຊາ​ຊົນກວ່າ​ເກົ່າ

ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ​ຄັ້ງ​ທີ XI: ແນວ​ໂຮມ​ປ່ຽນ​ແປງ​ໃໝ່​ຢ່າງ​ແຮງ​ເພື່ອ​ໃກ້​​ກັບຊິດ​ປະ​ຊາ​ຊົນກວ່າ​ເກົ່າ

ມີ​ຜູ້​ແທນຫຼາຍ​ທ່ານ​ຖືກວ່າ ຈຸດ​ພົ້ນ​ເດັ່ນ​ໃຫຍ່​ທີ່​ສຸດ​ຂອງ​ສະ​ໄໝ​ນີ້​ແມ່ນ​ການ​ສ້າງ ແນວ​ໂຮມ​ດີ​ຈີ​ຕອນ, ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີ​ເພື່ອ​ເຊື່ອມ​ຕໍ່​ກັບ​ປະ​ຊາ​ຊົນ​ຢ່າງວ່ອງ​ໄວ​ກວ່າ, ທັນ​ການກວ່າ ແລະ ມີ​ປະ​ສິດ​ທິ​ຜົນ​ກວ່າ.

Top