• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະຊວງແຜນການແລະການລົງທຶນ ຍູ້ໄວຄວາມຄືບໜ້າສ້າງການວາງແຜນກຳນົດໃຫ້ສຳເລັດ, ຮັບປະກັນຄວາມຄົບຊຸດ, ເປັນເອກະພາບ

ທ່ານຮອງປະທານສະພາແຫ່ງຊາດສະເໜີໃຫ້ກະຊວງນີ້ ສ້າງບົດລາຍງານໃຫ້ສຳເລັດ, ຕີລາຄາແຈ້ງກວ່າກ່ຽວກັບຂໍ້ຄົງຄ້າງ, ຜົນສະທ້ອນສາຍເຫດທີ່ພາໃຫ້ມີຂໍ້ຄົງຄ້າງໃນກົດໝາຍວ່າດ້ວຍການວາງແຜນກຳນົດທີ່ມີຕໍ່ການຈັດຕັ້ງການວາງແຜນ
  ທີ່ການເຮັດວຽກກັບກະຊວງແຜນການ ແລະ ການລົງທຶນ ຫວຽດນາມ (ພາບ: TTXVN)  

 ຕອນເຊົ້າວັນທີ 04 ມີນາ, ຢູ່ຮ່າໂນ້ຍ, ຄະນະຕິດຕາມກວດກາຫົວເລື່ອງສະເພາະ “ການປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບວຽກງານວາງແຜນກຳນົດ ນັບແຕ່ເມື່ອ ກົດໝາຍວ່າດ້ວຍການວາງແຜນກຳນົດ ມີຜົນສັກສິດ” ໄດ້ມີການເຮັດວຽກກັບກະຊວງແຜນການ ແລະ ການລົງທຶນ ຫວຽດນາມ.

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນດຶກຫາຍ ເນັ້ນໜັກວ່າ, ກະຊວງແຜນການ ແລະ ການລົງທຶນ ມີບົດບາດສຳຄັນໃນການເປັນຕົວແທນຂອງລັດຖະບານ ກ່ຽວກັບການຄຸ້ມຄອງລັດໃນການວາງແຜນກຳນົດ. ທ່ານຮອງປະທານສະພາແຫ່ງຊາດສະເໜີໃຫ້ກະຊວງນີ້ ສ້າງບົດລາຍງານໃຫ້ສຳເລັດ, ຕີລາຄາແຈ້ງກວ່າກ່ຽວກັບຂໍ້ຄົງຄ້າງ, ຜົນສະທ້ອນສາຍເຫດທີ່ພາໃຫ້ມີຂໍ້ຄົງຄ້າງໃນກົດໝາຍວ່າດ້ວຍການວາງແຜນກຳນົດທີ່ມີຕໍ່ການຈັດຕັ້ງການວາງແຜນ, ຄຸນນະພາບການວາງແຜນ, ຕີລາຄາລັກສະນະເປັນໄປໄດ້ ກໍຄືມາດຕະການແກ້ໄຂດັດປັບການວາງແຜນຢ່າງຄົບຊຸດ.


(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຮັບຫຼຽນໄຊ​ອັນ​ສູງ​ສົ່ງ​ຂອງ​ລາ​ຊະ​ອາ​ນາ​ຈັກ ແດນ​ມາກ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຮັບຫຼຽນໄຊ​ອັນ​ສູງ​ສົ່ງ​ຂອງ​ລາ​ຊະ​ອາ​ນາ​ຈັກ ແດນ​ມາກ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທ​ານ​ປະ​ເທດ ໂຕ​ເລິມ ສະ​ແດງ​ຄວາມ​ຫວັງ​ຢ່າງ​ຍິງວ່າ ຢາກ​ສະ​ຫງວນ​ຄວາມ​ເປັນ​ກຽດ​ອັນ​ຍິ່ງ​ໃຫຍ່​ນີ້​ໃຫ້​ປະ​ຊາ​ຊົນ ຫວຽດ​ນາມ, ໃຫ້​ລຸ້ນ​ຄົນ ຫວຽດ​ນາມ ແລະ ແດນ​ມາກທີ່​ຕັ້ງ​ພື້​ນ​ຖານ, ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ​ໃນ​ຕະຫຼອດ​ໄລ​ຍະ 55 ປີ​ຜ່ານ​ມາ.

Top