• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະຊວງແຜນການ ແລະ ການລົງທຶນສືບຕໍ່ສ້າງບາດກ້າວກະໂດດຂັ້ນໃນການກະທຳ

      ກອງປະຊຸມທາງເຄືອຂ່າຍອິນເຕີແນັດ ສະຫຼຸບວຽກງານປີ 2018 ແລະ ຜັນຂະຫຍາຍໜ້າທີ່ ປີ 2019 ຂອງກະຊວງແຜນການ ແລະ ການລົງທຶນຫວຽດນາມ ໄດ້ດຳເນີນໃນວັນທີ 16 ມັງກອນ ຢູ່ຮ່າໂນ້ຍ
 

ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ 
      ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ໄດ້ຢືນຢັນວ່າ ໃນຜົນສຳເລັດລວມຂອງປະເທດຊາດ ປີ 2018, ຂະແໜງແຜນການ ແລະ ການລົງທຶນ ແລະ ກະຊວງແຜນການ ແລະ ການລົງທຶນ ໄດ້ມີການປະກອບສ່ວນຢ່າງໃຫຍ່ຫຼວງ ແລະ ສຳຄັນ. ກ່ຽວກັບໜ້າທີ່ປີ 2019 ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ຊີ້ແຈ້ງວ່າ  ກະຊວງແຜນການ ແລະ ການລົງທຶນ ຕ້ອງມີວິທີແກ້ໄຂຂໍ້ຄົງຄ້າງ, ຕິດຂັດ ຢູ່ຕາມບັນດາໂຄງການໂຄງລ່າງແຫ່ງຊາດ, ສຸມໃສ່ນະໂຍບາຍລົງທຶນສາທາລະນະ ໄລຍະ 2020-2025. ທ່ານກ່າວວ່າ:
ກະຊວງແຜນການ ແລະ ການລົງທຶນ ຕ້ອງແມ່ນບ່ອນເຕົ້າໂຮມພູມປັນຍາທົ່ວປະເທດ ດ້ວຍບັນດານັກວິທະຍາສາດແຖວໜ້າ. ກະຊວງ ຕ້ອງກຳນົດເປົ້າໝາຍຍຸດທະສາດ, ທັດສະນະຍຸດທະສາດ, ຈິນຕະນາການຍຸດທະສາດ ແລະ ບັນດາວິທີການແກ້ໄຂຕົ້ນຕໍ ເພື່ອແກ້ໄຂທຸກສິ່ງໃຫ້ແກ່ວິໄສທັດເຖິງປີ 2045”
 (ແຫຼ່ງຄັດຈາກ VOV)

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນທີ່​ໄດ້​ຮັບ​ລາງວັນ ວື່​ອາ​ຢິງ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນທີ່​ໄດ້​ຮັບ​ລາງວັນ ວື່​ອາ​ຢິງ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ສະແດງຄວາມປະທັບໃຈຕໍ່ເລື່ອງນັບແຕ່ປີ 2009 ກອງທຶນຈັດການມອບລາງວັນວື່ອາຢິງ ເພື່ອແນໃສ່ຍ້ອງຍໍສັນລະເສີນບັນດາສ່ວນບຸກຄົນ, ໝູ່ຄະນະທີ່ມີຜົນງານດີເດັ່ນໃນການຮ່ຳຮຽນ, ຄົ້ນຄວ້າວິທະຍາສາດ, ວັດທະນະທຳສິລະປະ, ກິລາ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ…

Top