• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະຊວງສາທາລະນະສຸກ ຈັດແບ່ງວັກຊິນຢ່າງຄົບຖ້ວນ ເພື່ອໃຫ້ ບັນດາແຂວງທາງພາກໃຕ້ ເພື່ອສັກວັກຊິນໃຫ້ປະຊາຊົນຢ່າງໄວເທົ່າທີ່ຈະໄວໄດ້

      ວັນທີ 28 ຕຸລາ, ຫ້ອງວ່າການລັດຖະບານ ໄດ້ປະກາດໃຊ້ ແຈ້ງການບົດສະຫຼຸບຂອງ ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ຢູ່ກອງປະຊຸມແບບທາງໄກ ກັບບັນດາແຂວງ, ນະຄອນທາງທິດຕາເວັນອອກ ແລະ ທິດຕາເວັນຕົກພາກໃຕ້ ກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
ພາບປະກອບ: TTXVN
      ແຈ້ງການໄດ້ຊີ້ແຈ້ງວ່າ, ພາຍຫລັງຮັບຟັງບົດລາຍງານຂອງ ກະຊວງສາທາລະນະສຸກ, ຄຳເຫັນປະກອບຂອງ ຫົວໜ້າໜ່ວຍປະຕິບັດງານພິເສດຂອງ ລັດຖະບານ ປະຕິບັດວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ຂອງຜູ້ຕາງໜ້າການນຳບາງແຂວງ, ນະຄອນ ຂຶ້ນກັບສູນກາງ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ຮຽກຮ້ອງໃຫ້ ແຂວງ, ນະຄອນຢູ່ທາງທິດຕາເວັນອອກ ແລະ ທາງທິດຕາເວັນຕົກພາກໃຕ້ ຜັນຂະຫຍາຍແຜນການສັກວັກຊິນກັນໂຄວິດ - 19 ຢ່າງຮີບດ່ວນທີ່ສຸດ. ກະຊວງສາທາລະນະສຸກ ໄດ້ຈັດແບ່ງວັກຊິນຢ່າງຄົບຖ້ວນ ແລະ ທັນການ ເພື່ອສັກ ເຂັມທີ 2 ໃຫ້ຜູ້ທີ່ມີອາຍຸແຕ່ 18 ປີຂຶ້ນໄປ ຕາມຕາຕະລາງສັກວັກຊິນຂອງ ທ້ອງຖິ່ນ, ສົມທົບກັບ ແຂວງ, ນະຄອນ ຊີ້ນຳຈັດຕັ້ງການສັກວັກຊິນໃຫ້ເດັກນ້ອຍໃນບໍລິເວນ ໂດຍຮັບປະກັນຄວາມປອດໄພ, ມີວິທະຍາສາດ ແລະ ປະສິດທິຜົນ.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top