ຂ່າວສານ
ກະຊວງຕຳຫຼວດ ແລະ ກະຊວງປ້ອງກັນປະເທດ ຫວຽດນາມ ເຂົ້າໄຫວ້ອາໄລທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ
ຕອນບ່າຍວັນທີ 09 ສິງຫາ, ຢູ່ນະຄອນຫຼວງ ວຽງຈັນ, ລາວ, ຄະນະຜູ້ແທນກະຊວງຕຳຫຼວດ ຫວຽດນາມ ໂດຍທ່ານພົນໂທ ເລວັນຕວຽນ, ຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ, ເປັນຫົວໜ້າຄະນະ ແລະ ຄະນະຜູ້ແທນກະຊວງປ້ອງກັນປະເທດ ຫວຽດນາມ ໂດຍທ່ານພົນໂທ ຫງວຽນເຈື່ອງທັງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ເປັນຫົວໜ້າຄະນະ, ໄດ້ໄປໄຫວ້ອາໄລ ທ່ານ ໄຊສົມພອນ ພົມວິຫານປະທານສະພາແຫ່ງຊາດ ລາວ.
ທີ່ພິທີໄຫວ້ອາໄລ, ຄະນະຜູ້ແທນກະຊວງຕຳຫຼວດ ຫວຽດນາມ ແລະ ຄະນະຜູ້ແທນກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ວາງພວງມາລາ, ອາໄລຫາທ່ານອະດີດປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ, ສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງຕໍ່ການຈາກໄປຂອງການນຳຜູ້ຈົງຮັກພັກດີ, ເປັນແບບຢ່າງຂອງພັກ, ລັດ, ສະພາແຫ່ງຊາດ ແລະ ປະຊາຊົນ ລາວ ບັນດາເຜົ່າ. ກຳລັງຕຳຫຼວດ ແລະ ກອງທັບ ຫວຽດນາມ ຍາມໃດກໍ່ຈົດຈຳບັນດານ້ຳໃຈອັນລ້ຳຄ່າ, ຄວາມເອົາໃຈໃສ່ ແລະ ບັນດາການປະກອບສ່ວນຂອງທ່ານ ໄຊສົມພອນ ພົມວິຫານ ທີ່ມີຕໍ່ການປັບປຸງ, ເພີ່ມທະວີການພົວພັນລະຫວ່າງກຳລັງຕຳຫຼວດ ແລະ ກອງທັບ 2 ປະເທດ, ປະກອບສ່ວນຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ສັນຕິພາບ ແລະ ສະຖຽນລະພາບຂອງແຕ່ລະປະເທດ ກໍຄືຢູ່ພາກພື້ນ.






