• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະຊວງການຕ່າງປະເທດ ຫວຽດນາມ ຈັດກອງປະຊຸມຖະແຫຼງຂ່າວນັດສາມັນ

ທີ່ກອງປະຊຸມຖະແຫຼງຂ່າວທາງອອນລາຍຂອງກະຊວງການຕ່າງປະເທດ ຫວຽດນາມ ໃນຕອນບ່າຍວັນທີ 09 ເມສາ, ຢູ່ຮ່າໂນ້ຍ, ທ່ານນາງ ເລທິທູຮັງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ ແລະ ຖືວຽກງານປົກປ້ອງພົນລະເມືອງ ຫວຽດນາມ ອາໄສຢູ່ຕ່າງປະເທດເປັນແຖວໜ້າ ໃນສະພາບການໂລກລະບາດໂຄວິດ-19 ພວມຜັນແປຢ່າງສັບສົນໃນທົ່ວໂລກ.

 ກະຊວງການຕ່າງປະເທດ ຫວຽດນາມ ຈັດກອງປະຊຸມຖະແຫຼງຂ່າວນັດສາມັນ (ພາບ:

baoquocte.vn)


ກ່ຽວຂ້ອງເຖິງເລື່ອງມີພົນລະເມືອງ ຫວຽດນາມ ບາງຄົນພວມຖືກຕົກຄ້າງຢູ່ບັນດາສະໜາມບິນສາກົນ ຍ້ອນບັນດາການປ່ຽນແປງໃນນະໂຍບາຍຂົນສົ່ງຂອງບັນດາບໍລິສັດການບິນສາກົນ, ທ່ານນາງ ເລທິທູຮັງ ໃຫ້ຮູ້ວ່າ:

        “ໃນໄລຍະຜ່ານມາ, ກະຊວງການຕ່າງປະເທດໄດ້ຊີ້ນຳບັນດາອົງການຕາງໜ້າການທູດ ຫວຽດນາມ ປະຈຳຕ່າງປະເທດ ສົມທົບກັບບັນດາອົງການກ່ຽວຂ້ອງພາຍໃນປະເທດ ແລະ ຕ່າງປະເທດ ໜູນຊ່ວຍພົນລະເມືອງ ຫວຽດນາມ 1500 ຄົນກັບເມືອປະເທດ, ປັດຈຸບັນ ມີຈຳນວນໜ້ອຍພົນລະເມືອງຖືກຕົກຄ້າງ ຍ້ອນບັນດາບໍລິສັດການບິນ, ບັນດາປະເທດ ແລະ ເຂດແຄ້ວນປ່ຽນແປງນະໂຍບາຍ ເພືຶ່ອຄວບຄຸມໂລກລະບາດໂຄວິດ-19. ບັນດາອົງການຕາງນ້າກໍ່ສົມທົບກັນຢ່າງແໜ້ນແຟ້ນກັບບັນດາບໍລິສັດການບິນສາກົນ ແລະ ອົງການທີ່ກ່ຽວຂ້ອງຢູ່ປະເທດປະຈຳຖິ່ນ ແກ້ໄຂຄວາມຫຍຸ້ງຍາກກ່ຽວກັບວີຊາ, ຮັບປະກັນການເບິ່ງແຍງສຸຂະພາບ, ສະໜອງສະບຽງອາຫານ ກໍ່ຄືບັນດາຖ້ຽວບິນ ເພື່ອກັບເມືອ ຫວຽດນາມ.”

        ເຖິງຢ່າງໃດກໍ່ຕາມ, ທ່ານນາງ ເລທິທູຮັງ ກໍ່ຢັ້ງຢືນວ່າ ໃນເງື່ອນໄຂໂລກລະບາດຄືປັດຈຸບັນ, ຕາມການຊີ້ນຳຂອງນາຍົກລັດຖະມົນຕີ, ເລື່ອງນຳພົນລະເມືອງ ຫວຽດນາມ ກັບເມືອປະເທດ ຄວນບຸລິມະສິດໃຫ້ກຸ່ມຄົນມີອາຍຸສູງ, ຄົນເຈັບ, ເດັກນ້ອຍມີເກັນອາຍຸຕ່ຳກ່ວາ 18 ປີ.

 (ແຫຼ່ງຄັດຈາກ VOV)

ວິ​ທະ​ຍາ​ສາດເຕັກ​ໂນ​ໂລ​ຢີ, ການ​ຫັນ​ເປັນ​ດີ​ຈີ​ຕອນ​ຕ້ອງ​ກາຍ​ເປັນ​ກຳ​ລັງ​ໜູ​ນຫຼັກ​ໃຫ້​ແກ່​ເປົ້າ​ໝາຍ​ເຕີບ​ໂຕ​ສອງ​ຕົວ​ເລກ

ວິ​ທະ​ຍາ​ສາດເຕັກ​ໂນ​ໂລ​ຢີ, ການ​ຫັນ​ເປັນ​ດີ​ຈີ​ຕອນ​ຕ້ອງ​ກາຍ​ເປັນ​ກຳ​ລັງ​ໜູ​ນຫຼັກ​ໃຫ້​ແກ່​ເປົ້າ​ໝາຍ​ເຕີບ​ໂຕ​ສອງ​ຕົວ​ເລກ

ໃນ 6 ເດືອນ​ຕົ້ນ​ປີ, GDP (ຍອດ​ຜະ​ລິ​ດ​ຕະ​ພັນ​ພາຍ​ໃນ​ປະ​ເທດ) ທົ່ວ​ປະ​ເທດ​ບັນ​ລຸ​ລະ​ດັບເຕີບ​ໂຕ 8,18%. ເພື່ອ​ປະ​ຕິ​ບັດ​ສຳ​ເລັດເປົ້າ​ໝາຍ​ທັງ​ປີ, 6 ເດືອນ​ທ້າຍ​ປີ​ຕ້ອງ​​ສູ້​ຊົນ​ບັນ​ລຸ​ລະ​ດັບ​ເຕີບ​ໂຕ​ປະ​ມານ 11,9%.

Top