• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະກຽມວັນບຸນເຕັດໃຫ້ບັນດາເປົ້າໝາຍນະໂຍບາຍ,ກຳມະກອນຜູ້ອອກແຮງງານທີ່ທຸກຍາກ

      ວັນທີ 05 ກຸມພາ, ທ່ານຮອງລັດຖະມົນຕີ, ຮອງຫົວໜ້າຄະນະກຳມະການຊົນເຜົ່າ ເລຫາຍເຊີນ ພ້ອມກັບຄະນະປະຕິບັດງານໄດ້ໄປຢ້ຽມຢາມ, ມອບຂອງຂວັນ, ອວຍພອນບຸນເຕັດໃຫ້ປະຊາຊົນເຜົ່າສ່ວນໜ້ອຍຢູ່ຕາແສງ ຟຸ໋ມິ້, ເມືອງ ມິ້ຕູ໋, ແຂວງ ຊອກຈັງ.

ມອບຂອງຂວັນ, ອວຍພອນບຸນເຕັດໃຫ້ປະຊາຊົນ
(ພາບ: TTXVN)
      ນີ້ແມ່ນຕາແສງທີ່ປະສົບກັບຄວາມຫຍຸ້ງຍາກມີປະຊາຊົນບັນດາເຜົ່າສ່ວນໜ້ອຍເຊິ່ງມີຊາວຂະແມກວ່າ 90%. ທ່ານຮອງລັດຖະມົນຕີ, ຮອງຫົວໜ້າຄະນະກຳມະການຊົນເຜົ່າ ເລຫາຍເຊີນ ໃຫ້ຮູ້ວ່າ, ພັກ ແລະ ລັດຫວຽດນາມ ຍາມໃດກໍ່ເອົາໃຈໃສ່ເຖິງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າສ່ວນໜ້ອຍ, ບັນດານະໂຍບາຍຊົນເຜົ່າໄດ້ຮັບການເພີ່ມທະວີເປັນປະຈຳ ແລະ ເບິ່ງແຍງດູແລປະຊາຊົນຢ່າງເຖິງຖອງ.
        ແລະກໍ່ໃນວັນດຽວກັນ, ຄະນະປະຕິບັດງານສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ ໂດຍທ່ານເລຂາທີໜຶ່ງສູນກາງຄະນະຊາວໜຸ່ມ ເລກ໋ວກຟອງ, ເປັນຫົວໜ້າຄະນະ, ໄດ້ໄປອວຍພອນປີໃໝ່ພະນັກງານ, ນັກຮົບປ້ອງກັນຊາຍແດນ ຫຼາກເຮີ໋ຍ, ເມືອງ ຈີຕົນ ແລະ ປ້ອມປ້ອງກັນຊາຍແດນວິ້ງໂຮ້ຍດົງ, ເມືອງອານຟູ໋, ຂຶ້ນກັບກຳລັງທະຫານແຂວງອານຢາງ.
        ເນື່ອງໃນໂອກາດບຸນເຕັດປີຈໍ 2018, ກຳມະບານທຸກຂັ້ນຢູ່ແຂວງ ລອງອານ ໄດ້ ແລະ ພວມປະຕິບັດການເຄື່ອນໄຫວເບິ່ງແຍງດູແລຊີວິດທາງດ້ານວັດຖຸ ແລະ ຈິດໃຈໃຫ້ສະມາຊິກຊາວໜຸ່ມ, ຜູ້ອອກແຮງງານເພື່ອໃຫ້ເຂົາເຈົ້າຕ້ອນຮັບວັນບຸນເຕັດຢ່າງເບີກບານມ່ວນຊື່ນ.
 (ແຫຼ່ງຄັດຈາກ VOV)

ປະ​ຕິ​ບັດ​ການ​ປ້ອງ​ກັນ, ຕ້ານ​ການ​ຂຸ້ນ​ຄົ້ນ IUU ຢ່າງ​ຂ້ຽວ​ຂາດ

ປະ​ຕິ​ບັດ​ການ​ປ້ອງ​ກັນ, ຕ້ານ​ການ​ຂຸ້ນ​ຄົ້ນ IUU ຢ່າງ​ຂ້ຽວ​ຂາດ

ຄະນະປະຕິບັດງານຂອງກະຊວງປ້ອງກັນປະເທດ ໄດ້ຮຽກຮ້ອງຕຳຫຼວດທະເລເຂດ 4 ສືບຕໍ່ຍົກສູງຄຸນນະພາບ, ປະສິດທິຜົນໃນວຽກງານໂຄສະນາເຜີຍແຜ່ກົດໝາຍໃຫ້ແກ່ຊາວປະມົງ, ການລາດຕະເວນ, ກວດກາ, ຄວບຄຸມ, ຕິດຕາມກຳປັ່ນຫາປາເຄື່ອນໄຫວຢູ່ທະເລຢ່າງແໜ້ນແຟ້ນ…

Top