ການແລກປ່ຽນການຄ້າສາກົນ - ເຊື່ອມຕໍ່, ຍົກລະດັບກາເຟ ຫວຽດນາມ ແມ່ນຫົວຂໍ້ກອງປະຊຸມເຊິ່ງໄດ້ດຳເນີນໃນຕອນເຊົ້າວັນທີ 11 ມີນາ, ຢູ່ນະຄອນ ບວນມາທວດ, ແຂວງ ດັກລັກ, ດ້ວຍການເຂົ້າຮ່ວມຂອງຜູ້ແທນກວ່າ 700 ທ່ານ, ໃນນັ້ນ ມີຜູ້ແທນສາກົນຫຼາຍທ່ານມາຈາກອົງການກາເຟ ໂລກ - ICO, ຄູ່ຮ່ວມມືການຄ້າບັນດາປະເທດ: ອັງກິດ,ເຢັຍລະມັນ, ຍີ່ປຸ່ນ, ອາເມລິກາ, ອົດສະຕາລີ, ສິງກະໂປ, ສ.ເກົາຫຼີ, ຈີນ, ບຣາຊິນ…
ກອງປະຊຸມໄດ້ສຸມໃສ່ປຶກສາຫາລືລົງເລິກບັນດາເນື້ອໃນຂອງຂະແໜງກາເຟ, ເຊັ່ນ: ສະພາບການຕະຫຼາດກາເຟໂລກ, ທ່າອ່ຽງການບໍລິໂພກອຸປະໂພກກາເຟ; ແຜນການຜັນຂະຫຍາຍຂຸດຄົ້ນບັນດາການເຄື່ອນໄຫວໜູນຊ່ວຍດັດປັບໃຫ້ເໝາະກັບຂໍ້ຕົກລົງຕ້ານການທຳລາຍປ່າຂອງສະຫະພາບເອີຣົບ (EUDR) ສຳລັບຂະແໜງສິນຄ້າກາເຟ ຫວຽດນາມ; ບັນດາມາດຕະຖານສຳລັບເຂດປູກກາເຟ… ພ້ອມດຽວກັນນັ້ນ ກໍໄດ້ປຶກສາຫາລືກ່ຽວກັບບົດບາດຂອງວິສາຫະກິດໃນການຍົກລະດັບກາເຟ ຫວຽດນາມ ແລະ ສ້າງເຄື່ອງໝາຍການຄ້າກາເຟ ບວນມາທວດ - ຈຸດນັດພົບຂອງກາເຟໂລກ; ກຳນົດທິດຕະຫຼາດໃຫ້ແກ່ຂະແໜງສິນຄ້າກາເຟ ຫວຽດນາມ… ທ່ານ ລຶວວັນຄອຍ, ຜູ້ອຳນວຍການພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ດັກລັກ ໃຫ້ຮູ້ວ່າ:
“ກອງປະຊຸມແມ່ນໂອກາດທີ່ດີເພື່ອໃຫ້ບັນດາວິສາຫະກິດພົບປະ, ເຊື່ອມຕໍ່ແລກປ່ຽນການຄ້າລະຫວ່າງບັນດາບໍລິສັດຜະລິດ, ປຸງແຕ່ງກາເຟພາຍໃນປະເທດກັບບັນດາບໍລິສັດນຳເຂົ້າຕ່າງປະເທດ ກໍຄື ລະບົບຈຳໜ່າຍກາເຟໂລກ. ຈາກນັ້ນ, ກໍ່ຊອກຫາຕະຫຼາດຈຳໜ່າຍສິນຄ້າຂອງຕົນ, ພິເສດແມ່ນຜະລິດຕະພັນກາເຟຂອງດັກລັກ”.