ຖານຂໍ້ມູນການເງິນ - ເສດຖະກິດຂອງ ລັດເຊຍ (1prime.ru) ໄດ້ລົງຂ່າວວ່າກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມວ່າ ສຸມໃສ່ປຶກສາຫາລື ແລະ ຮັບຮອງເອົາຍຸດທະສາດພັດທະນາເສດຖະກິດສັງຄົມ ຂອງຫວຽດນາມຮອດປີ 2030, ພ້ອມກັບບັນດາບັນຫາສຳຄັນກ່ຽວກັບການຈັດຕັ້ງ ແລະ ບຸກຄະລາກອນ.
ລາຍການຂ່າວຂອງພັກແນວໂຮມປົດປ່ອຍ ໂມຊຳບິກ (Frelimo) ໂດຍແມ່ນພັກກຳອຳນາດຢູ່ ໂມຊຳບິກ ໄດ້ເນັ້ນໜັກເຖິງບັນຍາກາດສາມັກຄີ, ຟົດຟື້ນມ່ວນຊືນ ແລະ ຄື້ກຄື້ນຢູ່ ຮ່າໂນ້ຍໃນຊຸມວັນກະກຽມ ແລະ ໄຂກອງປະຊຸມໃຫຍ່.
ໜັງສືພິມ Granma, ສຽງຂອງພັກກອມມູນິດ ກຸຍບາ ໄດ້ລົງບົດວິຈານດ້ວຍຫົວຂໍ້ “ຫວຽດນາມ ພວມສ້າງພື້ນຖານໃຫ້ແກ່ໄລຍະເປັນເຈົ້າຕົນເອງດ້ານຍຸດທະສາດ”, ເນັ້ນໜັກວ່າ ກອງປະຊຸມໃຫຍ່ຄັ້ງທີ XIV ໄດ້ສ້າງພື້ນຖານໃຫ້ແກ່ໄລຍະພັດທະນາໃໝ່ຂອງ ຫວຽດນາມ, ອີງໃສ່ຄວາມເປັນເຈົ້າຕົນເອງດ້ານຍຸດທະສາດ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຄວາມສາມາດຮັບມືກັບຕໍ່ໜ້າການຜັນແປໃນທົ່ວໂລກ.
ໜັງສືພິມ “ຊາວໜຸ່ມ ລຸກຮື້ຂຶ້ນ”, ສຽງຂອງຄະນະຊາວໜຸ່ມກອມມູນິດ ກຸຍບາ ຢັ້ງຢືນວ່າ ພາຍໃຕ້ການນຳພາຂອງພັກ, ຊາວຫວຽດນາມລຸ້ນປະຈຸບັນ ບໍ່ຕ້ອງດຳລົງຊີວິດໃນສົງຄາມອີກ ຫາກຍັງຫ້າວຫັນກັບວຽກງານກໍ່ສ້າງປະເທດແຫ່ງຄວາມຜາສຸກ, ພັດທະນາ ແລະ ມະນຸດສະທຳ.








