• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ສຸດຍອດ BRICS: ການ​ນຳ​ອິນ​ເດຍ ແລະ ຈີນ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ເຂດ​ຊາຍ​ແດນ

ຖະ​ແຫຼງ​ການ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອິນ​ເດຍ ຊີ້​ແຈ້ງວ່າ: “ການ​ນຳ​ສອງ​ທ່ານ​ໄດ້​ສະ​ແດງ​ຄຳ​ໝັ້ນ​ສັນ​ຍາ ກ່ຽວ​ກັບ​ມາດ​ຕະ​ການ​ທີ່​ມີ​ຄວາມ​ຍຸ​ຕິ​ທຳ, ເໝາະ​ສົມ ແລະ ຕ່​າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ບັນ​ຫາ​ເຂດ​ຊາຍ​ແດນ”.
  ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິນ​ເດຍ Narendra Modi ແລະ ທ່ານ​ປະ​ທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິງ (ພາບ: ANI/VNA)  
ທີ່​ການ​ເຈລະຈາຢູ່ນອກກອງ​ປະ​ຊຸມ​ສຸດຍອດ ກຸ່ມ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນ(BRICS) ຄັ້ງ​ທີ 18, ຢູ່​ນະ​ຄອນຫຼວງ New Delhi , ​ອິນ​ເດຍ, ວັນ​ທີ 12 ກັນ​ຍາ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິນ​ເດຍ Narendra Modi ແລະ ທ່ານ​ປະ​ທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິງ ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ​ເຂດ​ຊາຍ​ແດນ​ລະ​ຫວ່າງ​ສອງ​ປະ​ເທດ. ຖະ​ແຫຼງ​ການ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອິນ​ເດຍ ຊີ້​ແຈ້ງວ່າ: “ການ​ນຳ​ສອງ​ທ່ານ​ໄດ້​ສະ​ແດງ​ຄຳ​ໝັ້ນ​ສັນ​ຍາ ກ່ຽວ​ກັບ​ມາດ​ຕະ​ການ​ທີ່​ມີ​ຄວາມ​ຍຸ​ຕິ​ທຳ, ເໝາະ​ສົມ ແລະ ຕ່​າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ບັນ​ຫາ​ເຂດ​ຊາຍ​ແດນ”. ທ່ານ Narendra Modi ເນັ້ນ​ໜັກ​ວ່າ ສອງ​ຝ່າຍຕ້ອງ​ປະ​ຕິ​ບັດ​ຕາມ​ບັນ​ດາ​ຂໍ້​ຕົກ​ລົງ ແລະ ຄວາມ​ເຂົ້າ​ໃຈ​ທີ່​ມີ​ຢູ່​ແລ້ວ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ຊາຍ​ແດນ, ແລະ ໄດ້​ນຳ​ພາ​ໂດຍ​ບັນ​ດາຫຼັກ​ການ​ຄື​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ ແລະ ຜົນ​ປະ​ໂຫຍດ​ລວມ… ກ່ຽວ​ກັບ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ ແລະ ການ​ຄ້າ, ກະ​ຊວງ​ດັ່ງ​ກ່າວ​ໃຫ້​ຮູ້​ວ່າ ສອງ​ຝ່າຍ​ໄດ້​ເນັ້ນ​ໜັກ​ຕ້ອງ​ແກ້​ໄຂ​ບັນ​ດາ​ຄວາມ​ວິ​ຕົກ​ກັງ​ວົນ​ຂອງ​ກັນ​, ລວ​ມ​ມີ​ການ​ຂາດ​ດູນ​ການ, ໂຄງ​ປະ​ກອບ ແລະ ບັນ​ດາ​ບັນ​ຫາ​ໃນ​ລະ​ບົບ​ຕ່ອງ​ໂສ້​ສະ​ໜອງ, ກໍ່​ຄື​ສ້າງ​ເງື່ອນ​ໄຂ​ສະ​ດວ​ກ​ໃຫ້​ແກາ​ເຂົ້າ​ເຖິງ​ຕະຫຼາດ​ທີ່​ມີ​ຄວາມ​ໝາຍ ແລະ ເປັນ​ປົກ​ກະ​ຕິ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ໃຫຍ່, ມີ​ຄວາມ​ສາ​ມາດ​ດ້ານ​ເຕັກ​ໂນ​ໂລ​ໂຢຂອງ​ອິນ​ເດຍ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​, ລົງ​ທຶນ

ຫວຽດ​ນາມ ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ໃຫຍ່, ມີ​ຄວາມ​ສາ​ມາດ​ດ້ານ​ເຕັກ​ໂນ​ໂລ​ໂຢຂອງ​ອິນ​ເດຍ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​, ລົງ​ທຶນ

ທີ່​ການ​ຕ້ອນ​ຮັບ ທ່ານ Grandhi Mallikarjuna Rao ປະ​ທານ​ກຸ່ມ​ບໍ​ລິ​ສັດ GMR ແລະ ການ​ນຳ​ຂັ້ນ​ສູງ​ຈຳ​ນວນ​ນຶ່ງ​ຂອງ​ກຸ່ມ​ບໍ​ລິ​ສັດ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່ ເລື່ອງ ເພີ່​ມ​ທະ​ວີ​ການ​ເຊື່ອມ​ຕໍ່, ຊອກ​ຫາ​ໂອ​ກາດ​ຮ່ວມ​ມື​ກັບ​ບັນ​ດາ​ຄູ່​ຮ່ວມ​ມື ຫວຽດ​ນາມ

Top