• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ສຳ​ມະ​ນາ ອາ​ຊຽນ ​ກ່ຽວ​ກັບ​ການ​ສົມ​ທົບແຜນ​ການ​ດຳ​ເນີນ​ງານ​ແມ່​ຍິງ, ສັນ​ຕິ​ພາບ ​ແລະ ​ຄວາມ​ໝັ້​ນ​ຄົງເຂົ້າໃນເສົາ​ຄ້ຳ​ປະ​ຊາ​ຄົມ ​ອາ​ຊຽນ

ອັງກິດ ໃຫ້ຄຳໝັ້ນສັນຍາສ້າງຮ່າງແຜນການເຄື່ອນໄຫວແຫ່ງຊາດກ່ຽກັບແມ່ຍີງ, ສັນຕິພາບ ແລະ ຄວາມໝັ້ນຄົງ, ຮ່ວມມືກັບສະຖາບັນສັນຕິພາບ ແລະ ໄກ່ເກ່ຍ ອາຊຽນ(AIPR) ຈັດການບຳລຸງສ້າງກ່ຽວກັບເນື້ອໃນນີ້.

 

ທ່ານນາງ Viky Ford ຮອງລັດຖະມົນຕີອັງກິດ ຮັບຜິດຊອບ ອາຟຣີກກາ, ອາເມລິກາລາຕີນ ແລະ ກາລີເບ, ໃຫ້ຮູ້ວ່າ ອັງກິດໃຫ້ຄຳໝັ້ນສັນຍາສ້າງຮ່າງແຜນການເຄື່ອນໄຫວແຫ່ງຊາດກ່ຽກັບແມ່ຍີງ, ສັນຕິພາບ ແລະ ຄວາມໝັ້ນຄົງ, ຮ່ວມມືກັບສະຖາບັນສັນຕິພາບ ແລະ ໄກ່ເກ່ຍ ອາຊຽນ(AIPR)  ຈັດການບຳລຸງສ້າງກ່ຽວກັບເນື້ອໃນນີ້.

ກອງປະຊຸມ ສຳມະນາ ອາຊ່ຽນ ກ່ຽວກັບສົມທົບແຜນການດຳເນີນງານແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງເຂົ້າໃນເສົາຄ້ຳປະຊາຄົມອາຊຽນ (ພາບ: TTXVN)

ວັນທີ 11 ກຸມພາ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດກອງປະຊຸມ ສຳມະນາ ອາຊ່ຽນ ກ່ຽວກັບສົມທົບແຜນການດຳເນີນງານແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງເຂົ້າໃນເສົາຄ້ຳປະຊາຄົມອາຊຽນ ດ້ວຍຮູບການທາງໄກ ແລະ ໂດຍກົງ. ກ່າວຄຳເຫັນເປີດກອງປະຊຸມສຳມະນາ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫງວຽນມີງຫວູ້ ຢືນຢັນວ່າ, ໂດຍແມ່ນປະເທດຍາມໃດກໍ່ຖື ບົດບາດຂອງແມ່ຍິງໃນການກໍ່ສ້າງ ແລະ ປັບປຸງສັນຕິພາບ ແລະ ຄວາມໝັ້ນຄົງ ເປັນສຳຄັນ, ຫວຽດນາມ ໄດ້ປະກອບສ່ວນແທດຈິງຫຼາຍຢ່າງ ເພື່ອແນໃສຍູ້ແຮງການຜັນຂະຫຍາຍແຜນການດຳເນີນງານກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ (WPS) ໃນອາຊຽນ, ໂດຍສະເພາະແມ່ນໃນອາຍຸການເປັນປະທານອາຊຽນ 2020. ກອງປະຊຸມສຳມະນາຄັ້ງນີ້ ແມ່ນການສືບທອດຄວາມມານະພະຍາຍາມຂອງ ຫວຽດນາມ ເພື່ອມຸ່ງໄປເຖິງການສ້າງຕັ້ງ ແລະ ຫັນບັນດາມາດຕະການຮັບປະກັນສິດທິແມ່ຍິງ ໃຫ້ປະກົດຜົນເປັນຈິງ, ສ້າງເງື່ອນໄຂສະດວກໃຫ້ແກ່ແມ່ຍິງເຂົ້າຮ່ວມຂັ້ນຕອນການຕັດສີນ, ເສີມຂະຫຍາຍບົດບາດໃນການແກ້ໄຂຄວາມສ່ຽງ ແລະ ສີ່ງທ້າທາຍນາບຂູສັນເຖິງສັນຕິພາບ, ຍືນຍົງຂອງພາກພາກພື້ນ. ເຂົ້າຮ່ວມກອງປະຊຸມສຳມະນາທາງໄກ, ທ່ານນາງ Viky Ford ຮອງລັດຖະມົນຕີອັງກິດ ຮັບຜິດຊອບ ອາຟຣີກກາ, ອາເມລິກາລາຕີນ ແລະ ກາລີເບ, ໃຫ້ຮູ້ວ່າ ອັງກິດໃຫ້ຄຳໝັ້ນສັນຍາສ້າງຮ່າງແຜນການເຄື່ອນໄຫວແຫ່ງຊາດກ່ຽກັບແມ່ຍີງ, ສັນຕິພາບ ແລະ ຄວາມໝັ້ນຄົງ, ຮ່ວມມືກັບສະຖາບັນສັນຕິພາບ ແລະ ໄກ່ເກ່ຍ ອາຊຽນ(AIPR)  ຈັດການບຳລຸງສ້າງກ່ຽວກັບເນື້ອໃນນີ້.

 (ແຫຼ່ງຄັດຈາກ VOV)

 

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕັກເຕືອນແຂວງທ້າຍບິ່ງຕ້ອງຄົ້ນຄ້ວາ, ຂຸດຄົ້ນທີ່ດິນຢ່າງມີປະສິດທິຜົນ, ເຮັດໃຫ້ໃໝ່ບັນດາກຳລັງໜູນເຕີບໂຕທີ່ມີຢູ່ແລ້ວ.

Top