ຂ່າວສານ
ກອງປະຊຸມວິສາມັນຄັ້ງທີ 9, ສະພາແຫ່ງຊາດຊຸດທີ XV, ແມ່ນຂີດໝາຍສຳຄັນໃນວິວັດທະນາການສ້າງກົດໝາຍ
ເຂົ້າຮ່ວມພິທີອັດກອງປະຊຸມ ມີທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ພ້ອມດ້ວຍບັນດາສະມາຊິກສະພາແຫ່ງຊາດ 63 ແຂວງ, ນະຄອນ. ກອງປະຊຸມໄດ້ຖ່າຍທອດສົດທາງວິທະຍຸ ແລະ ໂທລະພາບ ເພື່ອໃຫ້ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນສາມາດຕິດຕາມໄດ້.
ເມື່ອກ່າວຄຳເຫັນໃນວາລະອັດກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ຢັ້ງຢືນວ່າ ກອງປະຊຸມ ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ປະຕິບັດສຳເລັດບັນດາເນື້ອໃນທີ່ໄດ້ວາງອອກ. ຕາມນັ້ນແລ້ວ, ສະພາແຫ່ງຊາດໄດ້ພິຈາລະນາ, ຮັບຮອງເອົາກົດໝາຍ 4 ສະບັບ, ລວມມີ: ກົດໝາຍວ່າດ້ວຍການຈັດຕັ້ງລັດຖະບານ (ສະບັບປັບປຸງ); ກົດໝາຍວ່າດ້ວຍການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນ (ສະບັບປັບປຸງ); ກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍສະພາແຫ່ງຊາດ; ກົດໝາຍວ່າດ້ວຍການປະກາດໃຊ້ເອກະສານນິຕິທຳ (ສະບັບປັບປຸງ). ພ້ອມດຽວກັນນັ້ນ, ກໍໄດ້ຮັບຮອງເອົາມະຕິບາງສະບັບ. ໃນນັ້ນ ມີມະຕິວ່າດ້ວຍແຜນນະໂຍບາຍລົງທຶນໂຄງການກໍ່ສ້າງເສັ້ນທາງລົດໄຟ ລ່າວກາຍ - ຮ່າໂນ້ຍ - ຫາຍຟ່ອງ. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ຊີ້ແຈ້ງວ່າ:
“ນີ້ແມ່ນຂີດໝາຍສຳຄັນໃນວິວັດທະນາການສ້າງກົດໝາຍ; ມີຄວາມໝາຍສຳຄັນຍິ່ງໃນການຮັບໃຊ້ພາລະກິດປະຕິວັດສັບຊ້ອນ, ປັບປຸງກົງຈັກຂອງລະບົບການເມືອງໃຫ້ກະທັດລັດ ແລະ ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຄັດກ່ຽວກັບລະບອບລະບຽບການ, ນະໂຍບາຍຢ່າງທັນການ, ສ້າງບາດກ້າວບຸກທະລຸເພື່ອສຳເລັດພື້ນຖານໂຄງລ່າງ, ເສີມຂະຫຍາຍແຫຼ່ງກຳລັງ, ສ້າງສະພາບແວດລ້ອມພັດທະນາໃໝ່ໃຫ້ແກ່ທ້ອງຖິ່ນ ແລະ ທັງປະເທດ. ພ້ອມດຽວກັນນັ້ນ, ວຽກງານບຸກຄະລາກອນໄດ້ຮັບການປະຕິບັດຢ່າງແໜ້ນແຟ້ນຖືກຕ້ອງຕາມຂໍ້ກຳນົດຂອງພັກ, ກົດໝາຍຂອງລັດ, ບັນລຸໄດ້ຄວາມເຫັນດີເຫັນພ້ອມ, ຄວາມເປັນເອກະພາບສູງຂອງບັນດາສະມາຊິກສະພາແຫ່ງຊາດ.”
ພາຍຫຼັງພິທີອັດກອງປະຊຸມ, ສະພາແຫ່ງຊາດໄດ້ຈັດກອງປະຊຸມຖະແຫຼງຂ່າວສາກົນ ກ່ຽວກັບໝາກຜົນຂອງກອງປະຊຸມ.