• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ​ບັນ​ດາ​ປະ​ເທດ ກຳ​ປູ​ເຈຍ - ລາວ - ມຽນ​ມາ - ຫວຽດ​ນ​າມ​ຄັ້ງ​ທີ 12

ຕອນເຊົ້າວັນທີ 24 ສິງຫາ 2020, ກອງປະຊຸມລັດຖະມົນຕີເສດຖະກິດ ບັນດາປະເທດ ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ ຄັ້ງທີ 12 (CLMV EMM 12) ໄດ້ຈັດຂຶ້ນຕາມຮູບການທາງອອນລາຍ.

ກອງປະຊຸມລັດຖະມົນຕີເສດຖະກິດ ບັນດາປະເທດ ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ ຄັ້ງທີ 12 (ພາບ: congthuong.vn

ນີ້ແມ່ນເຫດການສຳຄັນນອນໃນຂອບເຂດລາຍການຂອງກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນຄັ້ງທີ 52 (AEM 52). ຢູ່ກອງປະຊຸມລັດຖະມົນຕີເສດຖະກິດ CLMV ຄັ້ງທີ 12, ບັນດາປະເທດໄດ້ສຸມໃສ່ແລກປ່ຽນບາງບັນຫາຕົ້ນຕໍຄື: ການກວດກາຄືນໃໝ່, ຕີລາຄາສະພາບການຜັນຂະຫຍາຍແຜນການກະທຳຮ່ວມມືເສດຖະກິດ CLMV ໄລຍະ 2019 – 2020, ຮັບຮອງເອົາແຜນການກະທຳຮ່ວມມືເສດຖະກິດ CLMV ໄລຍະ 2021 – 2022, ແຜນການຮັບມື ແລະ ຟື້ນຟູ ພາຍຫຼັງໂລກລະບາດ Covid – 19.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເຈິ່ນຕວັນແອງ ລັດຖະມົນຕີກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ ໄດ້ສະເໜີໃຫ້ບັນດາປະເທດ CLMV ເພີ່ມທະວີການສົມທົບກັນກ່ຽວກັບນະໂຍບາຍ, ມາດຕະການແກ້ໄຂບັນດາຄວາມຫຍຸ້ງຍາກຈາກໂລກລະບາດ Covid  - 19. ທ່ານ ເຈິ່ນຕວັນແອງໄດ້ສະເໜີໃຫ້ບັນດາປະເທດ CLMV ຕັ້ງໜ້າ ແລະ ເປັນເຈົ້າການກ່ວາອີກ ໃນການສຳຜັດ ແລະ ສະເໜີໃຫ້ບັນດາຄູ່ຮ່ວມມືພັດທະນາໜູນຊ່ວຍແຫຼ່ງກຳລັງໃນການຜັນຂະຫຍາຍບັນດາການເຄື່ອນໄຫວ/ໂຄງການຮ່ວມມື CLMV ໃນໄລຍະໃໝ່.

ບັນດາລັດຖະມົນຕີເຫັນດີວ່າ ບັນດາປະເທດຕ້ອງເພີ່ມທະວີການສົມທົບເພື່ອຫຼຸດຜ່ອນຜົນກະທົບຕໍ່ການເຄື່ອນໄຫວຮ່ວມມືເສດຖະກິດ, ການຄ້າຂອງແຕ່ລະປະເທດ, ຮັກສາບັນດາກະແສການຄ້າ ແລະ ການລົງທຶນ, ພ້ອມທັງເພີ່ມທະວີກຳລັງພາຍໃນຂອງແຕ່ລະປະເທດໃນການຮັບມື ແລະ ຟື້ນຟູພາຍຫຼັງ ໂລກລະບາດ Covid – 19.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top