ຂ່າວສານ ກອງປະຊຸມລັດຖະມົນຕີການຕ່າງປະເທດ BRICS ໄຂຂຶ້ນຢູ່ New Delhi (ອິນເດຍ) 14/05/2026 ກອງປະຊຸມລັດຖະມົນຕີການຕ່າງປະເທດກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າ BRICS ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 14 ພຶດສະພາ, ຢູ່ນະຄອນຫຼວງ New Delhi ປະເທດ ອິນເດຍ. ລັດຖະມົນຕີການຕ່າງປະເທດອີຣານ ມາຮອດອິນເດຍເພື່ອເຂົ້າຮ່ວມກອງປະຊຸມ BRICS (ພາບ: ANI) ໃນສອງວັນດຳເນີນກອງປະຊຸມ ແຕ່ 14 – 15 ພຶດສະພາ, ບັນດາລັດຖະມົນຕີການຕ່າງປະເທດ BRICS ຈະສຸມໃສ່ປຶກສາຫາລືບັນດາບັນຫາພົ້ນເດັ່ນ, ລວມມີບັນດາຈຸດຮ້ອນເຮັ່ງການປະທະກັນ, ຄວາມໝັ້ນຄົງດ້ານພະລັງງານ, ລະບົບສະໜອງທົ່ວໂລກ, ການປະຕິຮູບບັນດາລະບອບລະບຽບການຫຼາຍຝ່າຍ ແລະ ເພີ່ມທະວີການຮ່ວມມືລະຫວ່າງບັນດາປະເທດສະມາຊິກໃນກຸ່ມ. ໜຶ່ງໃນບັນດາເນື້ອໃນທີ່ເປັນໜ້າສົນໃຈຂອງກອງປະຊຸມແມ່ນວາລະປຶກສາຫາລືທີ່ມີຊື່ວ່າ “BRICS@20: ສ້າງຄວາມສາມາດຟື້ນຟູ, ປ່ຽນແປງໃໝ່, ຮ່ວມມື ແລະ ຍືນຍົງ”, ສຸມໃສ່ການກຳນົດທິດການພັດທະນາໄລຍະຍາວຂອງກຸ່ມພາຍຫຼັງສອງທົດສະວັດແຫ່ງການສ້າງຕັ້ງ. ບັນດາປະເທດສະມາຊິກຄາດວ່າຈະແລກປ່ຽນກ່ຽວກັບການປະຕິຮູບ ສປຊ, ລະບົບການເງິນສາກົນ, ກໍ່ຄືເພີ່ມທະວີການຮ່ວມມື ໃຕ້ - ໃຕ້ ໃນບັນດາຂົງເຂດຄື ເຕັກໂນໂລຢີ, ພະລັງງານ ແລະ ການພັດທະນາແບບຍືນຍົງ. (ແຫຼ່ງຄັດຈາກ VOV)

ກອງປະຊຸມລັດຖະມົນຕີການຕ່າງປະເທດກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າ BRICS ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 14 ພຶດສະພາ, ຢູ່ນະຄອນຫຼວງ New Delhi ປະເທດ ອິນເດຍ. ລັດຖະມົນຕີການຕ່າງປະເທດອີຣານ ມາຮອດອິນເດຍເພື່ອເຂົ້າຮ່ວມກອງປະຊຸມ BRICS (ພາບ: ANI) ໃນສອງວັນດຳເນີນກອງປະຊຸມ ແຕ່ 14 – 15 ພຶດສະພາ, ບັນດາລັດຖະມົນຕີການຕ່າງປະເທດ BRICS ຈະສຸມໃສ່ປຶກສາຫາລືບັນດາບັນຫາພົ້ນເດັ່ນ, ລວມມີບັນດາຈຸດຮ້ອນເຮັ່ງການປະທະກັນ, ຄວາມໝັ້ນຄົງດ້ານພະລັງງານ, ລະບົບສະໜອງທົ່ວໂລກ, ການປະຕິຮູບບັນດາລະບອບລະບຽບການຫຼາຍຝ່າຍ ແລະ ເພີ່ມທະວີການຮ່ວມມືລະຫວ່າງບັນດາປະເທດສະມາຊິກໃນກຸ່ມ. ໜຶ່ງໃນບັນດາເນື້ອໃນທີ່ເປັນໜ້າສົນໃຈຂອງກອງປະຊຸມແມ່ນວາລະປຶກສາຫາລືທີ່ມີຊື່ວ່າ “BRICS@20: ສ້າງຄວາມສາມາດຟື້ນຟູ, ປ່ຽນແປງໃໝ່, ຮ່ວມມື ແລະ ຍືນຍົງ”, ສຸມໃສ່ການກຳນົດທິດການພັດທະນາໄລຍະຍາວຂອງກຸ່ມພາຍຫຼັງສອງທົດສະວັດແຫ່ງການສ້າງຕັ້ງ. ບັນດາປະເທດສະມາຊິກຄາດວ່າຈະແລກປ່ຽນກ່ຽວກັບການປະຕິຮູບ ສປຊ, ລະບົບການເງິນສາກົນ, ກໍ່ຄືເພີ່ມທະວີການຮ່ວມມື ໃຕ້ - ໃຕ້ ໃນບັນດາຂົງເຂດຄື ເຕັກໂນໂລຢີ, ພະລັງງານ ແລະ ການພັດທະນາແບບຍືນຍົງ.
ບັນດາບົດຕໍ່ໄປ ເຫດແຜ່ນດິນໄຫວຢູ່ ເວເນຊູເອລາ: ຈຳນວນຜູ້ເສຍຊີວິດສືບຕໍ່ເພີ່ມຂຶ້ນ.26/06/2026ຂ່າວສານທ່ານນາງ Delcy Rodriguez ປະທານາທິບໍດີ ຊົ່ວຄາວ ເວເນຊູເອລາໄດ້ລົງກວດກາສະພາບຕົວຈິງ ຢູ່ La Guaira ເຊິ່ງແມ່ນສະຖານທີ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດໃນເຫດແຜ່ນດິນໄຫວ ແລະ ໄດ້ຮັບການປະກາດວ່າແມ່ນ “ເຂດວິນາດຕະກຳ”. ປົກປ້ອງເດັກນ້ອຍແມ່ນໜ້າທີ່ບຸລິມະສິດໃນຍຸດທະສາດພັດທະນາມະນຸດ ຫວຽດນາມ26/06/2026ຂ່າວສານທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຕ້ອນຮັບເອກອັກຄະລັດຖະທູດ ປາແລັດສະຕິນ ເຂົ້າຢ້ຽມອຳລາ26/06/2026ຂ່າວສານສູ້ຊົນບັນລຸເປົ້າໝາຍທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໃຫ້ໄດ້ 7.000 ອັດຖິ26/06/2026ຂ່າວສານຊາວໜຸ່ມ ຫວຽດນາມ - ລາວ, ຂົວເຊື່ອມຕໍ່ຕິດພັນ ແລະ ຮັດແໜ້ນສາຍພົວພັນລະຫວ່າງ 2 ປະເທດ25/06/2026ຂ່າວສານທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ: ກໍ່ສ້າງລຸ້ນຊາວໜຸ່ມ ຫວຽດນາມ ຮ່ຳຮຽນຕະຫຼອດຊີວິດ, ເປັນເຈົ້າວິທະຍາສາດ - ເຕັກໂນໂລຊີ25/06/2026ຂ່າວສານປະທານ ໂຮ່ຈີມິນ ຍາມໃດກໍ່ຢູ່ໃນດວງໃຈຂອງປະຊາຊົນ ເວເນຊູເອລາ ແຕ່ລະຄົນ25/06/2026ຂ່າວສານ ອ່ານເພີ່ມ