ຂ່າວສານ ກອງປະຊຸມລັດຖະມົນຕີການຕ່າງປະເທດ BRICS ໄຂຂຶ້ນຢູ່ New Delhi (ອິນເດຍ) 14/05/2026 ກອງປະຊຸມລັດຖະມົນຕີການຕ່າງປະເທດກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າ BRICS ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 14 ພຶດສະພາ, ຢູ່ນະຄອນຫຼວງ New Delhi ປະເທດ ອິນເດຍ. ລັດຖະມົນຕີການຕ່າງປະເທດອີຣານ ມາຮອດອິນເດຍເພື່ອເຂົ້າຮ່ວມກອງປະຊຸມ BRICS (ພາບ: ANI) ໃນສອງວັນດຳເນີນກອງປະຊຸມ ແຕ່ 14 – 15 ພຶດສະພາ, ບັນດາລັດຖະມົນຕີການຕ່າງປະເທດ BRICS ຈະສຸມໃສ່ປຶກສາຫາລືບັນດາບັນຫາພົ້ນເດັ່ນ, ລວມມີບັນດາຈຸດຮ້ອນເຮັ່ງການປະທະກັນ, ຄວາມໝັ້ນຄົງດ້ານພະລັງງານ, ລະບົບສະໜອງທົ່ວໂລກ, ການປະຕິຮູບບັນດາລະບອບລະບຽບການຫຼາຍຝ່າຍ ແລະ ເພີ່ມທະວີການຮ່ວມມືລະຫວ່າງບັນດາປະເທດສະມາຊິກໃນກຸ່ມ. ໜຶ່ງໃນບັນດາເນື້ອໃນທີ່ເປັນໜ້າສົນໃຈຂອງກອງປະຊຸມແມ່ນວາລະປຶກສາຫາລືທີ່ມີຊື່ວ່າ “BRICS@20: ສ້າງຄວາມສາມາດຟື້ນຟູ, ປ່ຽນແປງໃໝ່, ຮ່ວມມື ແລະ ຍືນຍົງ”, ສຸມໃສ່ການກຳນົດທິດການພັດທະນາໄລຍະຍາວຂອງກຸ່ມພາຍຫຼັງສອງທົດສະວັດແຫ່ງການສ້າງຕັ້ງ. ບັນດາປະເທດສະມາຊິກຄາດວ່າຈະແລກປ່ຽນກ່ຽວກັບການປະຕິຮູບ ສປຊ, ລະບົບການເງິນສາກົນ, ກໍ່ຄືເພີ່ມທະວີການຮ່ວມມື ໃຕ້ - ໃຕ້ ໃນບັນດາຂົງເຂດຄື ເຕັກໂນໂລຢີ, ພະລັງງານ ແລະ ການພັດທະນາແບບຍືນຍົງ.

ກອງປະຊຸມລັດຖະມົນຕີການຕ່າງປະເທດກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າ BRICS ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 14 ພຶດສະພາ, ຢູ່ນະຄອນຫຼວງ New Delhi ປະເທດ ອິນເດຍ. ລັດຖະມົນຕີການຕ່າງປະເທດອີຣານ ມາຮອດອິນເດຍເພື່ອເຂົ້າຮ່ວມກອງປະຊຸມ BRICS (ພາບ: ANI) ໃນສອງວັນດຳເນີນກອງປະຊຸມ ແຕ່ 14 – 15 ພຶດສະພາ, ບັນດາລັດຖະມົນຕີການຕ່າງປະເທດ BRICS ຈະສຸມໃສ່ປຶກສາຫາລືບັນດາບັນຫາພົ້ນເດັ່ນ, ລວມມີບັນດາຈຸດຮ້ອນເຮັ່ງການປະທະກັນ, ຄວາມໝັ້ນຄົງດ້ານພະລັງງານ, ລະບົບສະໜອງທົ່ວໂລກ, ການປະຕິຮູບບັນດາລະບອບລະບຽບການຫຼາຍຝ່າຍ ແລະ ເພີ່ມທະວີການຮ່ວມມືລະຫວ່າງບັນດາປະເທດສະມາຊິກໃນກຸ່ມ. ໜຶ່ງໃນບັນດາເນື້ອໃນທີ່ເປັນໜ້າສົນໃຈຂອງກອງປະຊຸມແມ່ນວາລະປຶກສາຫາລືທີ່ມີຊື່ວ່າ “BRICS@20: ສ້າງຄວາມສາມາດຟື້ນຟູ, ປ່ຽນແປງໃໝ່, ຮ່ວມມື ແລະ ຍືນຍົງ”, ສຸມໃສ່ການກຳນົດທິດການພັດທະນາໄລຍະຍາວຂອງກຸ່ມພາຍຫຼັງສອງທົດສະວັດແຫ່ງການສ້າງຕັ້ງ. ບັນດາປະເທດສະມາຊິກຄາດວ່າຈະແລກປ່ຽນກ່ຽວກັບການປະຕິຮູບ ສປຊ, ລະບົບການເງິນສາກົນ, ກໍ່ຄືເພີ່ມທະວີການຮ່ວມມື ໃຕ້ - ໃຕ້ ໃນບັນດາຂົງເຂດຄື ເຕັກໂນໂລຢີ, ພະລັງງານ ແລະ ການພັດທະນາແບບຍືນຍົງ.