ໃນຕອນບ່າຍ ວັນທີ 21 ມັງກອນ, ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ 14 ຂອງພັກກອມມູນິດຫວຽດນາມ ໄດ້ລົງປະຊາມັດຕິດັດປັບການດຳເນີນໂຄງການກອງປະຊຸມໃຫຍ່ ຄັ້ງທີ 14 ຂອງພັກ ຫຼຸດລົງ 1 ວັນເຄິ່ງ, ເມື່ອທຽບກັບແຜນການເບື້ອງຕົ້ນ. ນີ້ແມ່ນໝາກຜົນຂອງການເຮັດວຽກທີ່ມີວິທະຍາສາດ, ມີຄວາມຮັບຜິດຊອບຂອງບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໃຫຍ່. ປະຈຸບັນ ມີຫຼາຍເນື້ອໃນຢູ່ກອງປະຊຸມໄດ້ປະຕິບັດສຳເລັດແຕ່ໄວ. ຄາດວ່າກອງປະຊຸມໃຫຍ່ຈະປິດລົງໃນຕອນບ່າຍວັນທີ 23 ມັງກອນ.
ກອງປະຊຸມໃຫຍ່ ຄັ້ງທີ 14 ຂອງພັກ ດ້ວຍທິດນຳ “ຄວາມສາມັກຄີ-ປະຊາທິປະໄຕ-ມີວິໄນ-ບຸກທະລຸ-ພັດທະນາ” ໄດ້ຈັດວາລະປະຊຸມກະກຽມ ຂຶ້ນໃນວັນທີ 19 ມັງກອນ ແລະ ພິທີໄຂກອງປະຊຸມໃຫຍ່ຢ່າງເປັນທາງການ ຢູ່ ຫໍປະຊຸມແຫ່ງຊາດ (ຮ່າໂນ້ຍ) ໃນວັນທີ 20 ມັງກອນ. ກອງປະຊຸມໃຫຍ່ມີຜູ້ແທນເຂົ້າຮ່ວມທັງໝົດ 1.586 ສະຫາຍ, ຕາງໜ້າໃຫ້ແກ່ສະມາຊິກພັກຫຼາຍກວ່າ 5,6 ລ້ານສະຫາຍ.








