• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມເຈົ້າໜ້າທີ່ອາວຸໂສການເງິນ APEC 2017

      ໃນຂອບເຂດກອງປະຊຸມລັດຖະມົນຕີການເງິນ APEC (FMM) ຄັ້ງທີ 24 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 19 ຕຸລາ, ກອງປະຊຸມເຈົ້າໜ້າທີ່ອາວຸໂສດ້ານການເງິນ APEC 2017 ໄດ້ຈັດຂຶ້ນຢູ່ນະຄອນ ໂຫ້ຍອານ, ແຂວງ ກວາງນາມ

ກອງປະຊຸມເຈົ້າໜ້າທີ່ການເງິນຂັ້ນສູງ APEC (ພາບ: VTV)
      ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີການເງິນ APEC ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງມີຜູ້ແທນສາກົນ ແລະ ພາຍໃນປະເທດປະມານ 300 ຄົນ. ນີ້ແມ່ນວາລະປະຊຸມເປີດສາກບັນດາການເຄື່ອນໄຫວຂອງກອງປະຊຸມລັດຖະມົນຕີການເງິນ APEC ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຖືກຈັດຕັ້ງແຕ່ວັນທີ 19 -21 ຕຸລາ. ກອງປະຊຸມໄດ້ສະຫງວນມື້ໜຶ່ງເພື່ອປຶກສາຫາລືຮ່າງຖະແຫຼງການຮ່ວມຂອງບັນດາລັດຖະມົນຕີການເງິນ APEC. ບັນດາຫົວຂໍ້ບຸລິມະສິດຮ່ວມມືຕົ້ນຕໍໃນປີ 2017 ເຊິ່ງ ຫວຽດນາມ ໄດ້ຍົກອອກມາປຶກສາຫາລືແມ່ນ: ການລົງທຶນໄລຍະຍາວໃຫ້ພື້ນຖານໂຄງລ່າງ; ຄວາມອ່ອນແອລົງຂອງພື້ນຖານຄິດໄລ່ພາສີອາກອນ ແລະ ສົ່ງຜົນກຳໄລ; ການເງິນ ແລະ ປະກັນໄພຄວາມສ່ຽງຈາກໄພທຳມະຊາດ; ການເງິນກວມລວມ.
        ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ຫວູຫຍືທັງ, ຫົວໜ້າກົມຮ່ວມມືສາກົນ, ກະຊວງການເງິນໃຫ້ຮູ້ວ່າ: ທີ່ກອງປະຊຸມ, ບັນດາເຈົ້າໜ້າທີ່ອາວຸໂສການເງິນ APEC ທີ່ດຳເນີນຢູ່ ນີງບິງ ໃນເດືອນພຶດສະພາ 2017, ຜູ້ຕາງໜ້າບັນດາພື້ນຖານເສດຖະກິດສະມາຊິກ APEC ໄດ້ປຶກສາຫາລືບັນດາຄວາມກ້າວໜ້າບັນລຸໄດ້ໃນບັນດາບຸລິມະສິດການເງິນກ່ອນນີ້ ກໍ່ຄືຄຳໝັ້ນສັນຍາພ້ອມກັນຮ່ວມມື ແລະ ຜັນຂະຫຍາຍບັນດາແຜນການໃຫ້ຊຸມເດືອນຕໍ່ໄປ. ທີ່ກອງປະຊຸມນີ້, ບັນດາຜູ້ແທນພ້ອມກັນຕີລາຄາຄືນບັນດາບຸລິມະສິດທັງໝົດ ແລະ ຂໍ້ສະເໜີໄດ້ຍົກອອກມາກ່ອນນີ້ ເພື່ອນຳເຂົ້າຮ່າງຖະແຫຼງການຮ່ວມກອງປະຊຸມລັດຖະມົນຕີການເງິນ.
 (ແຫຼ່ງຄັດຈາກ VOV)
 

ສ້າງ​ຊົນ​ຊັ້ນ​ກຳ​ມະ​ກອນ ຫວຽດ​ນາມ ເຕີບໃຫຍ່​ເຂັ້ມ​ແຂງ, ປັບ​ຕົວ​ໃຫ້​ແທດ​ເໝາະ​ກັບ​ການ​ປ່ຽນ​ແປງ​ຂອງ​ປະ​ເທດ​ຊາດ

ສ້າງ​ຊົນ​ຊັ້ນ​ກຳ​ມະ​ກອນ ຫວຽດ​ນາມ ເຕີບໃຫຍ່​ເຂັ້ມ​ແຂງ, ປັບ​ຕົວ​ໃຫ້​ແທດ​ເໝາະ​ກັບ​ການ​ປ່ຽນ​ແປງ​ຂອງ​ປະ​ເທດ​ຊາດ

ມື້ນີ້ສະເຫຼີມສະຫຼອງ 138 ປີແຫ່ງວັນແຮງງານສາກົນ (01/05/1886- 01/05/2024)., ປັດຈຸບັນ ຢູ່ ຫວຽດນາມຊົນຊັ້ນກຳມະກອນ ກວມເອົາກ່ວາ 14% ປະຊາກອນ, ສວມບົດບາດແມ່ນກຳລັງນຳໜ້າໃນພາລະກິດແຫ່ງການຫັນປະເທດຊາດເປັນອຸດສາຫະກຳ, ເປັນທັນສະໄໝ. ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ໄດ້ກຳນົດເປົ້າໝາຍຍົກສູງຄຸນທາດການເມືອງ, ລະດັບຄວາມຮູ້, ທັກສະອາຊີບ, ສ້າງຊົນຊັ້ນກຳມະກອນ ຫວຽດນາມ ນັບມື້ນັບທັນສະໄໝ, ເຕີບໃຫຍ່ເຂັ້ມແຂງ.

Top