
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ (ພາບ: dangcongsan.vn)
ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ເຫັນດີເປັນເອກະພາບວ່າ ອາຊຽນ ຄວນມານະພະຍາຍາມປະຕິບັດບັນດາຈຸດສຸມ, ບຸລິມະສິດທີ່ໄດ້ວາງອອກໃຫ້ປີ 2019 ໃຫ້ບັນລຸຜົນສຳເລັດ ແນໃສ່ຊຸກຍູ້ປະຊາຄົມໝັ້ນຄົງໃນທຸກດ້ານ, ຖືປະຊາຊົນເປັນໃຈກາງ ແລະ ບໍ່ປະໃຫ້ໃຜຖືກປະໄວ້ຢູ່ທາງຫລັງ. ຄາດວ່າ ບັນດາການນຳ ອາຊຽນ ຈະຮັບຮອງເອົາຖະແຫຼງການໃນເດືອນ ມິຖຸນາ 2019.
ກ່ຽວກັບການພົວພັນການຕ່າງປະເທດ, ບັນດາຜູ້ແທນໄດ້ກວດກາຄືນວຽກງານກະກຽມໃຫ້ບັນດາກອງປະຊຸມສຳຄັນກັບບັນດາຄູ່ຮ່ວມມືໃນໄລຍະຈະມາເຖິງ, ໃນນັ້ນມີບັນດາກອງປະຊຸມເຈົ້າໜ້າທີ່ອາວຸໂສລະຫວ່າງ ອາຊຽນ ກັບ ຈີນ, ນິວຊີແລນ, ການາດາ, ອາເມລິກາ, ອົດສະຕາລີ ແລະ ຍີ່ປຸ່ນ. ສຳລັບ ຈີນ, ກອງປະຊຸມໄດ້ຮັບຮອງບັນດາບາດກ້າວໃນວິວັດການປຶກສາກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC), ໄດ້ສ້າງຄວາມສະດວກເພື່ອໃຫ້ 2 ຝ່າຍອາດຈະສຳເລັດການປຶກສາຄັ້ງທີ 1 ເອກະສານ COC ກ່ອນທີ່ດຳເນີນກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ຈີນ ໃນເດືອນ ສິງຫາ 2019.
(ແຫຼ່ງຄັດຈາກ VOV)