• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມເຈົ້າໜ້າທີ່ອາວຸໂສ SOM ກ່ອນດໍາເນີນ ກອງປະຊຸມ GMS6

ວັນທີ 29 ມີນາ, ທີ່ຫໍປະຊຸມແຫ່ງຊາດ, ໃນຂອບເຂດຂອງກອງປະຊຸມສຸດຍອດການຮ່ວມມືອະນຸພາກພື້ນແມ່ນ້ຳຂອງເປີດກວ້າງ ຄັ້ງທີ 6 (GMS6), ໄດ້ດຳເນີນກອງປະຊຸມເຈົ້າໜ້າທີ່ອາວຸໂສ (SOM)

ກອງປະຊຸມ ເຈົ້າໜ້າທີ່ອາສຸໂສ SOM

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ພິຈາລະນາຄັ້ງສຸດທ້າຍກ່ຽວກັບບັນດາຫົວຂໍ້ ແລະ ບັນຫາທີ່ມີສ່ວນກ່ຽວຂ້ອງ ເພື່ອຈະນຳມາປຶກສາຫາລືໃນກອງປະຊຸມ GMS6. ນອກຈາກນັ້ນ, ຜູ້ແທນທັງຫຼາຍຍັງປຶກສາຫາລືກ່ຽວກັບສານ, ຫົວຂໍ້, ຈຸດເດັ່ນ ແລະ ບັນຫາສໍາຄັນຕ່າງໆບັນດາການນຳອາດຈະຍົກອອກມາ ໂດຍອີງໃສ່ບົດລາຍງານຕ່າງໆຂອງບັນດາປະເທດ; ພິຈາລະນາຄືນໃໝ່ໂຄງປະກອບ ແລະ ບັນດາການເຄື່ອນໄຫວຂອງກອງປະຊຸມຄົບຄະນະ GMS6 ແລະ ກອງປະຊຸມສະພາທຸລະກິດ ກອງປະຊຸມສຸດຍອດການຮ່ວມມືອະນຸພາກພື້ນແມ່ນ້ຳຂອງ.

        ຕອນບ່າຍຂອງວັນດຽວກັນ, ໃນຂອບເຂດຂອງກອງປະຊຸມສຸດຍອດເຂດສາມຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 10, ກໍໄດ້ດຳເນີນກອງປະຊຸມເຈົ້າໜ້າທີ່ອາວຸໂສ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ.

(ແຫຼ່ງຄັດຈາກ VOV)


ກຸ່ມ​ບໍ​ລິ​ສັດ LG ສ້າງ​ໂຮງ​ງານ​ຜະ​ລິດ​ທາດ​ຕັ້ງ​ຕົ້ນ​ຂອງ​ທາດ​ເຄິ່ງ​ຊັກ​ນຳໄຟ​ຟ້າ​ຢູ່ ຫວຽດ​ນາມ

ກຸ່ມ​ບໍ​ລິ​ສັດ LG ສ້າງ​ໂຮງ​ງານ​ຜະ​ລິດ​ທາດ​ຕັ້ງ​ຕົ້ນ​ຂອງ​ທາດ​ເຄິ່ງ​ຊັກ​ນຳໄຟ​ຟ້າ​ຢູ່ ຫວຽດ​ນາມ

ໂຮງ​ງານ​ແຫ່ງ​ໃໝ່​ຢູ່ ຫາຍ​ຟ່ອງ ໄດ້​ຮັບ​ການ​ກໍ່​ສ້າງ​ຂຶ້ນ​ບົນ​ເນື້ອ​ທີ​່​ປະ​ມ​ານ 330.000 ຕາ​ແມັດ; ຄາດ​ວ່າ ຈະເລີ່ມ​ລົງ​ມື​ກໍ່​ສ້າງ​ໃນ​ເດືອນ​ໜ້າ ແລະ ກໍ່​ສ້າງ​ສຳ​ເລັດ​ໃນ​ເດືອນ​ພຶດ​ສະ​ພາ​ປີ 2027.

Top