• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສາກົນກ່ຽວກັບການກໍ່ສ້າງເສັ້ນຊາຍແດນຫວຽດນາມ-ລາວ

      ຕອນເຊົ້າວັນທີ 14 ກໍລະກົດ, ຢູ່ ນະຄອນ ດົງເຮີຍ, ແຂວງ ກວ໋າງບີງ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ແລະ ສູນກາງແນວລາວ ສ້າງຊາດ ໄດ້ຈັດຕັ້ງກອງປະຊຸມສາກົນກ່ຽວກັບການກໍ່ສ້າງເຊັ້ນຊາຍແດນ ຫວຽດນາມ - ລາວ ເປັນເສັ້ນຊາຍແດນແຫ່ງ ສັນຕິພາບ, ສະຖຽນລະພາບ, ການຮ່ວມມືຮອບດ້ານ ພ້ອມກັນພັດທະນາໄລຍະ 2017 – 2020. 

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
      ທ່ານເຈີນແທງເໝີນ, ປະທານສູນກາງແນວໂຮມປະເທດຊາດຫວຽດນາມ ແລະ ທ່ານ ຄຳໄບ ດຳລັດ, ຮອງປະທານແນວລາງສ້າງຊາດ ເປັນປະທານຮ່ວມກອງປະຊຸມ. ທີ່ກອງປະຊຸມ, ສອງຝ່າຍເປັນເອກະພາບກັນທາງດ້ານທິດທາງ, ຫນ້າທີ່ສົມທົບກັນກໍ່ສ້າງເສັ້ນຊາຍແດນຫວຽດນາມ - ລາວ  ເປັນເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ການຮ່ວມມືພ້ອມກັນພັດທະນາໄລຍະ 2017 – 2020. ທ່ານ ເຈີນແທງເໝີນ, ປະທານ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຢືນຢັນວ່າ:
        “ ອົງການແນວໂຮມປະເທດຊາດ ຫວຽດນາມ ແລະ ອົງການແນວລາວສ້າງຊາດ ຕັດສິນໃຈພ້ອມກັນຮັກສາ ແລະ ພັດທະນາສາຍພົວພັນບໍລິສຸດຜຸດຜ່ອງ, ແມ່ນຊັບສົມບັດອັນລ້ຳຄ່າຂອງສອງຊາດ. ກອງປະຊຸມແມ່ນການພິສູດຢ່າງມີຊີວິດຊີວາໃຫ້ແກ່ບັນດາການເຄື່ອນໄຫວແທດຈິງໃຫ້ສອງອົງການແນວໂຮມປະເທດຊາດທີ່ໄດ້ປະຕິບັດໃນໄລຍະຜ່ານມາ, ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນຍິ່ງກວ່າອີກ, ພິເສດແມ່ນລະຫວ່າງບັນດາອຳນາດການປົກຄອງ ແລະ ປະຊາຊົນບັນດາແຂວງ ຂອງສອງປະເທດທີ່ມີເສັ້ນຊາຍແດນຮ່ວມ.”
 (ແຫຼ່ງຄັດຈາກ VOV)
 

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top