• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ສືບຕໍ່ເຮັດວຽກ

ບັນດາສະມາຊິກສະພາແຫ່ງຊາດໄດ້ສະເໜີສົ່ງເສີມການພັດທະນາອຸດສາຫະກຳເຕັກໂນໂລຊີດີຈີຕອນແບບຍືນຍົງ ຕາມຮູບແບບເສດຖະກິດໝູນວຽນ
ທີ່ກອງປະຊຸມ (ພາບ: quochoi.vn)

ໂດຍສືບຕໍ່ລາຍການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15, ຕອນບ່າຍວັນທີ 09 ພຶດສະພາ, ຢູ່ ຮ່າໂນ້ຍ, ສະພາແຫ່ງຊາດໄດ້ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບຮ່າງກົດໝາຍວ່າດ້ວຍອຸດສາຫະກຳເຕັກໂນໂລຊີດີຈີຕອນ.

ບັນດາສະມາຊິກສະພາແຫ່ງຊາດໄດ້ສະເໜີສົ່ງເສີມການພັດທະນາອຸດສາຫະກຳເຕັກໂນໂລຊີດີຈີຕອນແບບຍືນຍົງ ຕາມຮູບແບບເສດຖະກິດໝູນວຽນ, ຫຼຸດຜ່ອນການນຳໃຊ້ພະລັງງານ, ຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ, ເປັນມິດກັບສິ່ງແວດລ້ອມ. ລະດົມບັນດາແຫຼ່ງກຳລັງລົງທຶນໃຫ້ການຄົ້ນຄວ້າ, ອອກແບບ ແລະ ເປັນເຈົ້າເຕັກໂນໂລຊີໃນຂະແໜງອຸດສາຫກຳເຕັກໂນໂລຊີດີຈີຕອນ; ຍົກສູງກຳລັງແກ່ງແຍ້ງຂອງວິສາຫະກິດອຸດສາຫະກຳດີຈີຕອນ. ທ່ານນາງ ເຈິ່ນທິແທັງເຮືອງ, ສະມາຊິກສະພາແຫ່ງຊາດແຂວງ ລອງອານ, ປະກອບຄຳເຫັນວ່າ:

“ຮ່າງກົດໝາຍໄດ້ຫັນມະຕິເລກທີ 57 ຂອງກົມການເມືອງກ່ຽວກັບການບຸກທະລຸພັດທະນາວິທະສາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນແຫ່ງຊາດເປັນລະບຽບບອບການຢ່າງທັນການ. ຂ້າພະເຈົ້າສະເໜີອາດຈະມອບໃຫ້ລັດຖະບານຄົ້ນຄວ້າຂໍ້ກຳກົດ ມີຫຼາຍນະໂຍບາຍໃຫ້ບຸລິມະສິດໂດດເດັ່ນກວ່າ. ບັນດາກົນໄກໃຫ້ບຸລິມະສິດ, ສົ່ງເສີມ ຈະແມ່ນປະຖົມປັດໃຈຊ່ວຍໃຫ້ອຸດສາຫະກຳເຕັກໂນໂລຊີດີຈີຕອນກາຍເປັນຂະແໜງເສດຖະກິດປາຍແຫຼມ ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການພັດທະນາເສດຖະກິດຂອງ ຫວຽດນາມ”.

        ກ່ອນໜ້ານັ້ນ, ຕອນເຊົ້າວັນດຽວກັນ, ສະພາແຫ່ງຊາດໄດ້ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບບາງຄຳເຫັນທີ່ຍັງມີຄວາມແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍອາກອນຈຳໜ່າຍພິເສດ (ສະບັບປັບປຸງ).

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top