• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຊຸດທີ 14 ສືບຕໍ່ເຮັດວຽກ

ຕອນເຊົ້າວັນທີ 06 ມິຖຸນາ, ຕາມລາຍການຄາດຄະເນຂອງກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຊຸດທີ 14 ໄດ້ສືບຕໍ່ດຳເນີນວາລະຊັກຖາມທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຫງວຽນງອັກທ້ຽນ. ບັນດາຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີຈະເຂົ້າຮ່ວມການອະພິປາຍບັນດາບັນຫາທີ່ກ່ຽວຂ້ອງຕື່ມອີກ.
ນະທີ່ນີ້, ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫງວຽນງອັກທ້ຽນ ໄດ້ຕອບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດກ່ວາ 40 ທ່ານກ່ຽວກັບບັນດາເນື້ອໃນຄື: ມາດຕະການຊຸກຍູ້ການພັດທະນາເສດຖະກິດການທ່ອງທ່ຽວ; ແກ້ໄຂການລະເມີດໃນການເຫຼື້ອມໃສເຊື່ອຖືສາສະໜາ ແລະ ປະກົດການຜິດເຂວຕໍ່ມາດຕະຖານໃນໄວໜຸ່ມ ແລະ ພົນລະເມືອງ; ວຽກງານຄຸ້ມຄອງສິລະປະການສະແດງ, ຮູບເງົາ, ການເຄື່ອນໄຫວວິຈິດສິນ, ຖ່າຍຮູບ, ວາງສະແດງ.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ (ພາບ: VGP)

ແລະກໍ່ໃນຕອນເຊົ້າວັນທີ 06 ມິຖຸນາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ໄດ້ຕອບຄຳຊັກຖາມຕໍ່ສະພາແຫ່ງຊາດກ່ຽວກັບບັນດາບັນຫາທີ່ຂຶ້ນກັບສິດອຳນາດການບໍລິຫານຂອງລັດຖະບານທີ່ກ່ຽວຂ້ອງເຖິງບາງບັນຫາກ່ຽວກັບເສດຖະກິດ, ສັງຄົມ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມິງ ເນັ້ນໜັກວ່າ:

        “ໃນໄລຍະຈະມາເຖິງ, ລັດຖະບານຈະຊີ້ນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕິດຕາມກວດກາຢ່າງໃກ້ຊິດ, ເປັນເຈົ້າການຮັບມືຕໍ່ການຜັນແປຂອງສະພາບສາກົນ ແລະ ຢູ່ພາຍໃນປະເທດ; ສືບຕໍ່ຜັນຂະຫຍາຍບັນດາໜ້າທີ່, ມາດຕະການທີ່ໄດ້ວາງອອກໃນທຸກຂົງເຂດຢ່າງຂ້ຽວຂາດ, ຄົບຊຸດ; ມານະພະຍາຍາມສູ້ຊົນສູງສຸດ, ຕັດສິນໃຈປະຕິບັດບັນດາເປົ້າໝາຍ, ຕົວເລກຄາດໝາຍຂອງແຜນການປີ 2019 ໃຫ້ໄດ້.

        ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມິງ ກໍ່ໃຫ້ຮູ້ວ່າ: ລັດຖະບານກໍ່ໄດ້ຍື່ນສະເໜີຕໍ່ສະພາບແຫ່ງຊາດຮ່າງກົດໝາຍວ່າດ້ວຍການລົງທຶນສາທາລະນະ (ສະບັບປັບປຸງ) ຕາມທິດຍູ້ແຮງການແບ່ງຂັ້ນໃຫ້ບັນດາທ້ອງຖິ່ນ, ຫັນລະບຽບການບໍລິຫານເປັນງ່າຍດາຍ.

(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top