• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດຫວຽດນາມ ຊຸດທີ XV: ການຕໍ່ສູ້, ປ້ອງກັນ ຕ້ານການສໍ້ລາດບັງຫຼວງບັນລຸປະສິດທິຜົນ

ໂດຍໄດ້ຮັບການມອບໝາຍຈາກທ່ານນາຍົກລັດຖະມົນຕີ, ເມື່ອສະເໜີບົດລາຍງານກ່ຽວກັບວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ປີ 2022, ທ່ານ ດ່ວາງຮົ່ງຟອງ, ປະທານອົງການກວດກາລັດຖະບານ ໄດ້ຊີ້ແຈ້ງວ່າ ປີ 2022...
  ທ່ານລັດຖະມົນຕີກະຊວງຕຳຫຼວດ ໂຕເລີມ ລາຍງານກ່ຽວກັບວຽກງານການປ້ອງກັນ, ຕ້ານອາດຊະຍາກຳ ແລະ ການລະເມີດກົດໝາຍປີ 2022 (ພາບ:quochoi.vn)  

ໂດຍສືບຕໍ່ລາຍການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ຕອນເຊົ້າວັນທີ 8 ພະຈິກ, ຢູ່ຮ່າໂນ້ຍ, ສະພາແຫ່ງຊາດ ໄດ້ຮັບຟັງທ່ານລັດຖະມົນຕີກະຊວງຕຳຫຼວດ ໂຕເລີມ ລາຍງານກ່ຽວກັບວຽກງານການປ້ອງກັນ, ຕ້ານອາດຊະຍາກຳ ແລະ ການລະເມີດກົດໝາຍປີ 2022; ທ່ານຫົວໜ້າໄອຍະການປະຊາຊົນສູງສຸດ ເລມິງຈິ ລາຍງານກ່ຽວກັບວຽກງານປີ 2022 ຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ; ທ່ານປະທານສານປະຊາຊົນສູງສຸດ ຫງວຽນຮ່ວາບິ່ງ ລາຍງານວຽກງານປີ 2022 ຂອງປະທານສານປະຊາຊົນສູງສຸດ; ທ່ານລັດຖະມົນຕີກະຊວງຍຸຕິທຳ ເລແທັງລອງ, ລາຍງານກ່ຽວກັບວຽກງານດຳເນີນຄະດີປີ 2022; ທ່ານປະທານອົງການກວດກາລັດຖະບານ ດ່ວານຮົ່ງຟອງ ລາຍງານກ່ຽວກັບວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງປີ 2022; ພ້ອມກັນນັ້ນ, ສະພາແຫ່ງຊາດ ກໍ່ໄດ້ຮັບຟັງບັນດາບົດລາຍງານກວດກາຂອງບັນດາກຳມາທິການຂອງສະພາແຫ່ງຊາດທີ່ກ່ຽວຂ້ອງເຖິງເນື້ອໃນດັ່ງກ່າວ.

ໂດຍໄດ້ຮັບການມອບໝາຍຈາກທ່ານນາຍົກລັດຖະມົນຕີ, ເມື່ອສະເໜີບົດລາຍງານກ່ຽວກັບວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ປີ 2022, ທ່ານ ດ່ວານຮົ່ງຟອງ, ປະທານອົງການກວດກາລັດຖະບານ ໄດ້ຊີ້ແຈ້ງວ່າ ປີ 2022, ການສໍ້ລາດບັງຫຼວງສືບຕໍ່ໄດ້ຮັບການຄວບຄຸມ, ມີທ່າຫລຸດລົງ, ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນທີ່ມີຕໍ່ພັກ, ລັດ ແລະ ລະບອບ.

ບັນດາສະມາຊິກສະພາແຫ່ງຊາດກໍ່ປຶກສາຫາລືກ່ຽວກັບວຽກງານການປ້ອງກັນ, ຕ້ານອາດຊະຍາກຳ ແລະ ລະເມີດກົດໝາຍ; ວຽກງານການປ້ອງກັນ, ຕ້ານການສໍ້ລາດບັງຫຼວງປີ 2022.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top