• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດຫວຽດນາມ ຊຸດທີ XV, ສືບຕໍ່ປຶກສາຫາລືກ່ຽວກັບວຽກງານຕຸລາການແລະການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ

      ໂດຍສືບຕໍ່ລາຍການຂອງກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດຫວຽດນາມ ຊຸດທີ XV, ສະພາແຫ່ງຊາດສືບຕໍ່ປຶກສາຫາລືກ່ຽວກັບບົດລາຍງານວຽກງານຂອງປະທານສານປະຊາຊົນສູງສຸດ; ຫົວໜ້າອົງການໄອຍະການສູງສຸດ...
ກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດຫວຽດນາມ ຊຸດທີ XV ສືບຕໍ່ເຮັດວຽກ
(ພາບ: TTXVN)
      ຕອນເຊົ້າວັນທີ 24 ຕຸລາ, ໂດຍສືບຕໍ່ລາຍການຂອງກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດຫວຽດນາມ ຊຸດທີ XV, ສະພາແຫ່ງຊາດສືບຕໍ່ປຶກສາຫາລືກ່ຽວກັບບົດລາຍງານວຽກງານຂອງປະທານສານປະຊາຊົນສູງສຸດ; ຫົວໜ້າອົງການໄອຍະການສູງສຸດ; ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ແລະ ການລະເມີດກົດໝາຍ; ວຽກງານປະຕິບັດການດຳເນີນຄະດີ; ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງປີ 2021… ນີ້ແມ່ນບັນດາເນື້ອໃນເຊິ່ງບັນດາສະມາຊິກສະພາແຫ່ງຊາດປຶກສາຫາລືແບບທາງໄກໃນວັນທີ 23 ຕຸລາ.
      ປະກອບຄຳເຫັນໃສ່ຮ່າງມະຕິກ່ຽວກັບການຈັດຕັ້ງພິພາກສາແບບທາງໄກ, ບັນດາຄຳເຫັນໄດ້ເຫັນດີຕໍ່ຄວາມຈຳເປັນ ຕ້ອງຈັດການພິພາກສາແບບທາງໄກ ໃນສະພາບໂລກລະບາດໂຄວິດ-19 ພວມມີການຜັນແປຢ່າງສັບສົນ, ວິທີການຈັດການພິພາກສາແບບທາງໄກ ກໍ່ເໝາະສົມກັບທ່າອ່ຽງລວມຂອງໂລກ.
      ປຶກສາຫາລືກ່ຽວກັບວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ສະມາຊິກສະພາແຫ່ງຊາດຫຼາຍທ່ານຖືວ່າ, ພັກ, ລັດຖະບານ ມີມາດຕະການຫຼາຍຢ່າງ ເພື່ອສະກັດກັ້ນຢ່າງມີປະສິດທິຜົນ, ປັບໄໝການລະເມີດໂດຍບໍ່ມີເຂດຫ້າມ, ການສໍ້ລາດບັງຫຼວງໄດ້ຄວບຄຸມເທື່ອລະກ້າວ, ປະກອບສ່ວນເຮັດໃຫ້ກົນຈັກລັດປອດໄສ. ເຖິງຢ່າງໃດກໍ່ຕາມ, ຕ້ອງປະຕິບັດຂອບຈັດຕັ້ງການປະຕິບັດຂໍ້ກຳນົດຂອງກົດໝາຍກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງໃຫ້ເປັນຢ່າງດີກວ່າອີກ.
(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top