• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມວິສາມັນຄັ້ງທີ 1, ສະພາແຫ່ງຊາດຊຸດທີ 16 ສືບຕໍ່ເຮັດວຽກ

ຮ່າງກົດໝາຍໄດ້ສ້າງຫຼາຍເນື້ອໃນກ່ຽວຂ້ອງການການຄຸ້ມຄອງຄວາມສ່ຽງ, ຄວບຄຸມສິນຄ້າ, ຜູ້ນຳໃຊ້ສຸດທ້າຍ, ຈຸດປະສົງນຳໃຊ້ສຸດທ້າຍ...
ທ່ານນາງ ລິແອັງທື, ສະມາຊິກສະພາແຫ່ງຊາດແຂວງ ອານຢາງ (ພາບ: VNA)

ໂດຍ​ສືບ​ຕໍ່​ກອງ​ປະ​ຊຸມ​ວິ​ສາ​ມັນ​ຄັ້ງ​ທີ 1, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 16 ທີ່​ພວມ​ຈັດ​ຂຶ້ນ​ຢູ່ ຮ່າ​ໂນ້ຍ, ຕອນ​ເຊົ້າ​ວັນ​ທີ 08 ສິງ​ຫາ, ສະ​ພາ​ແຫ່ງ​ຊາດ​ໄດ້​ປຶກ​ສາ​ຫາ​ລື​ຢູ່​ຫໍ​ປະ​ຊຸມ ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ, ຕ້ານ​ການ​ແຜ່ຂະ​ຫຍາຍ​ອາ​ວຸດ​ລ້າງ​ຜານ ແລະ ກົດ​ໝາຍ​ປັບປຸງ, ເພີ່ມ​ເຕີມ​ມາດ​ຕາ​ຈຳ​ນວນ​ໜຶ່ງ​ຂອງກົດ​ໝາຍ​ກ່ຽວ​ກັບ​ການ​ທະ​ຫານ, ການ​ປ້ອງ​ກັນ​ຊາດ 9 ສະ​ບັ​ບ.

ເມື່ອ​ປະ​ກອບ​ຄຳ​ເຫັນ​ໃສ່​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ, ຕ້ານ​ການ​​ແຜ່​​ຂະ​ຫຍາຍອາ​ວຸດ​ລ້າງ​ຜານ, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ໄດ​້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ສູງ​ຕໍ່​ບັນ​ດາ​ເນື້ອ​ໃນ​ຂອງ​ຮ່າງ​ກົດ​ໝາຍ. ຮ່າງ​ກົດ​ໝາຍ​ໄດ້​ສ້າງ​ຫຼາຍ​ເນື້ອ​ໃນ​ກ່ຽວ​ຂ້ອງ​ການ​ການ​ຄຸ​້ມ​ຄອງ​ຄວາມ​ສ່ຽງ, ຄວບ​ຄຸມ​ສິນ​ຄ້າ, ຜູ້​ນຳ​ໃຊ້​ສຸດ​ທ້າຍ, ຈຸດ​ປະ​ສົງ​ນຳ​ໃຊ້​ສຸດ​ທ້າຍ... ເລື່ອງ​ສ້າງ ແລະ ປະ​ກາດ​ໃຊ້​ກົດ​ໝາຍບໍ່​ພຽງ​ແຕ່​ເພື່ອ​ສ້າງ​ລະ​ບົບ​ກົດ​ໝາຍ​ໃຫ້​ສົມ​ບູນ​ແບບ​, ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ໃນ​ການ​ຄຸ້ມ​ຄອງ​ຂອງ ລັດ ໃນ​ຂົງ​ເຂດ​ພິ​ເສດ​ສະ​ເພາະ​ນີ້​ເທົ່າ​ນັ້ນ, ຫາກ​ຍັງ​ສະ​ແດງ​ໃຫ້​ເຫັນ​ຈິ​ນ​ຕະ​ນາ​ການ​ຍຸດ​ທະ​ສາດ​ໃນ​ການ​ປົກ​ປັ​ກ​ຮັກ​ສາ​ປະ​ເທດ​ຊາດ, ເປັນ​ເຈົ້າ​ການ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ຄວາມ​ສ່ຽງ​ນາບ​ຂູ່​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ນັບ​ແຕ່​ເມື່ອ​ຍັງ​ບໍ່​ທັນ​ເກີດ​ຂຶ້ນ​ອີກ​ດ້ວຍ. ທ່ານ​ນາງ ລິ​ແອັງ​ທື, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ແຂວງ ອານ​ຢາງ, ປະ​ກອບ​ຄຳ​ເຫັນ​ວ່າ:

“ຮ່າງ​ກົດ​ໝາຍ​ໄດ້​ປະ​ກອບ​ສ່ວນ​ສ້າງກ​ົນ​ໄກ​ນິ​ຕິ​ກຳ​ໃຫ້​ສົມ​ບູນ​ແບບ, ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້​ນ​ສັນ​ຍາ​ສາ​ກົນ​ຂອງ ຫວຽດ​ນາມ, ເປັນ​ເຈົ້າ​ການ​ສະ​ກັດ​ກັ້ນ, ພົບ​ເຫັນ, ສະ​ກັດ​ກັ້ນ​ການ​ກະ​ທຳ​ເຜີຍ​ແຜ່​ອາ​ວຸດ​ນິວ​ເຄຼຍ, ອາ​ວຸດ​ເຄ​ມີ ແລະ ພາ​ຫະ​ນະ​ຂົນ​ສົ່ງ​ທີ່​ກ່ຽວ​ຂ້​ອງ. ຜ່ານນັ້ນ, ປົກ​ປ້ອງ​ການ​ປ້ອງ​ກັນ​ປະ​ເທດ, ຄວາມ​ໝັ້ນ​ຄົງ ແລະ ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊາດ”.

ຕອນ​ບ່າຍ​ວັນ​ດຽວ​ກັນ, ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ຢູ່​ຫໍ​ປະ​ຊຸມ​ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ນ້ຳ​ມັນ​ອາຍ​ແກັດ (ສະ​ບັບ​ປັບ​ປຸງ).

(ແຫຼ່ງຄັດຈາກ VOV)

59 ປີ ອາຊຽນ: ເກຼັກ ຖືເປັນສຳຄັນ ແລະ ປາດຖະໜາຢາກພັດທະນາການພົວພັນກັບ ອາຊຽນ ຫຼາຍກວ່າ

59 ປີ ອາຊຽນ: ເກຼັກ ຖືເປັນສຳຄັນ ແລະ ປາດຖະໜາຢາກພັດທະນາການພົວພັນກັບ ອາຊຽນ ຫຼາຍກວ່າ

ການເຄື່ອນໄຫວຂອງສະຖານທູດ ຫວຽດນາມ ປະຈຳ ເກຼັກ ເນື່ອງໃນໂອກາດວັນ ອາຊຽນ, ເປັນການສະແດງໃຫ້ເຫັນຄວາມຮັບຜິດຊອບ, ການປະກອບສ່ວນຂອງ ຫວຽດນາມ ໃນການສ້າງຊາຍຄາລວມ ອາຊຽນ.

Top