• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມລັດຖະມົນຕີເສດຖະກິດ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ

      ໃນຂອບເຂດບັນດາການເຄື່ອນໄຫວກະກຽມໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 11 ພະຈິກ, ກອງປະຊຸມລັດຖະມົນຕີເສດຖະກິດ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໄດ້ດຳເນີນວາລະຈັດກຽມ ພາຍໃຕ້ຮູບການທາງອອນລາຍ.

ວາລະຈັດກຽມ ກອງປະຊຸມລັດຖະມົນຕີເສດຖະກິດ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ  (ພາບ: congthuong
      ກ່ອນໜ້ານັ້ນ, ບັນດາປະເທດສະມາຊິກຢັ້ງຢືນເຖິງເປົ້າໝາຍ ຈະເຮັດໃຫ້ສຳເລັດກ່ຽວກັບການລົງນາມໃນສັນຍາ RCEP ໃນປີ 2020 ເພື່ອແນໃສ່ຊຸກຍູ້ລະບົບການຄ້າຫຼາຍຝ່າຍ, ຫັນການຄ້າ ແລະ ການລົງທຶນເປັນເສລີ ແລະ ກໍແມ່ນການປະກອບສ່ວນສຳຄັນເຂົ້າໃນວິວັດການຟື້ນຟູພາຍຫຼັງໂລກລະບາດຢູ່ພາກພື້ນ.
        ທີ່ກອງປະຊຸມຂ່າວ ກ່ຽວກັບກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ວັນທີ 9 ພະຈິກ, ທ່ານ ຫງວຽນກວ໊ກຢຸງ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ, ຫົວໜ້າ SOM ອາຊຽນ ຫວຽດນາມ, ໃຫ້ຮູ້ວ່າ ປັດຈຸບັນການເຈລະຈາ ສັນຍາ RCEP ໄດ້ສຳເລັດແລ້ວ. ບັນດາປະເທດພວມຊຸກຍູ້ການປະຕິບັດລະບຽບການຕ່າງໆພາຍໃນປະເທດ ເພື່ອສາມາດລົງນາມໃນວັນທີ 15 ພະຈິກ ຈະມາເຖິງ.
        “ສັນຍາ RCEP ໄດ້ໃຊ້ເວລາເຈລະຈາຫຼາຍປີ, ເພື່ອເຫັນໄດ້ວ່າ ມັນມີຄວາມໝາຍຢ່າງໃຫຍ່ຫຼວງຕໍ່ພາກພື້ນ, ພິເສດໃນສະພາບການປັດຈຸບັນ ເມື່ອໂລກຖືກຜົນກະທົບຈາກໂລກລະບາດໂຄວິດ - 19. ການລົງນາມໃນສັນຍາ RCEP ຈະສ້າງກຳລັງແຮງ, ຄວາມຜັກດັນໃໝ່ໃຫ້ແກ່ການພັດທະນາການຄ້າໃນພາກພື້ນ. ການລົງນາມໃນສັນຍາສະບັບນີ້ ແມ່ນຄວາມຄອງຄອຍຂອງທຸກປະເທດ ແລະ ມີຄວາມໝາຍສຳລັບ ຫວຽດນາມ ເມື່ອເປັນປະທານ ອາຊຽນ 2020.”
        ເມື່ອສັນຍາສະບັບດັ່ງກ່າວໄດ້ຮັບການລົງນາມ ຈະສ້າງຕະຫຼາດມີຂອບຂະໜາດຜູ້ບໍລິໂພກປະມານ 3,5 ຕື້ຄົນ ແລະ GDP ເກືອບ 49.000 ຕື້ USD, ເຊິ່ງກວມເອົາປະມານ 39% GDP ທົ່ວໂລກ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top