• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດທາງອອນລາຍຂອງ G20

      ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານ Faisal bin Farhan Al Saud ລັດຖະມົນຕີກະຊວງການຕ່າງປະເທດ ອາຣັບບິ ຊະອຸດິ, ປະທານ G20 ປີ 2020, ຕອນຄ່ຳວັນທີ 03 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດທາງອອນລາຍຂອງ G20 ດ້ວຍຫົວຂໍ້ວ່າ “ເພີ່ມທະວີການຮ່ວມມືຜ່ານຊາຍແດນ”.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ  (ພາບ: TTXVN)
      ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ຟ້າມບີ່ງມິງ ໄດ້ຢືນຢັນວ່າ ຫວຽດນາມ ໃນຖານະເປັນປະທານ ອາຊຽນ 2020 ໄດ້ເສີມຂະຫຍາຍເນື້ອໃນຈິດໃຈ “ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”, ສົມທົບກັບບັນດາຄູ່ຮ່ວມມືຮັກສາບັນດາການເຄື່ອນໄຫວຮ່ວມມືຢ່າງແໜ້ນແຟ້ນ, ພ້ອມທັງສະເໜີບັນດາຂໍ້ລິເລີ່ມຊຸກຍູ້ການກະທຳລວມໃນການປ້ອງກັນ, ສະກັດກັ້ນໂລກລະບາດ, ໜູນຊ່ວຍປະຊາຊົນ, ຟື້ນຟູເສດຖະກິດ.
        ທີ່ກອງປະຊຸມ, ທ່ານ ຟ້າມບີ່ງມິງ ກໍ່ໄດ້ແບ່ງປັນບັນດາມາດຕະການຊຸກຍູ້ການຮ່ວມມືຄຸ້ມຄອງຊາຍແດນໃນການຮັບມືກັບໂລກລະບາດໂຄວິດ-19 ກໍ່ຄືເພີ່ມທະວີການຄຸ້ມຄອງຊາຍແດນດ້ວຍເນື້ອໃນຈິດໃຈປະຕິບັດ “ເປົ້າໝາຍຄວບຄູ່” ເພື່ອຮັບປະກັນການປ້ອງກັນ, ສະກັດກັ້ນໂລກລະບາດໄປຄຽງຄູ່ກັບການສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວແລກປ່ຽນ, ການໄປມາ, ການຄ້າ - ການລົງທຶນຜ່ານຊາຍແດນ; ທ່ານ ຟ້າມບີ່ງມິງ ປາດຖະໜາຢາກໃຫ້ G20 ສົມທົບກັບບັນດາອົງການຈັດຕັ້ງສາກົນ ແລະ ບັນດາປະເທດ ຊຸກຍູ້ການສ້າງກົດ/ຂັ້ນຕອນກ່ຽວກັບການຮ່ວມມືຄຸ້ມຄອງຊາຍແດນ ແລະ ສ້າງຄວາມສະດວກໃຫ້ແກ່ການໄປມາສາກົນ.
(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top