ຕອນເຊົ້າວັນທີ 21 ກຸມພາ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມລັດຖະບານກັບບັນດາທ້ອງຖິ່ນໃນການປະຕິບັດຂໍ້ສະຫຼຸບຂອງສູນກາງ, ບັນດາມະຕິຂອງສະພາແຫ່ງຊາດ, ລັດຖະບານກ່ຽວກັບການເຕີບໂຕເສດຖະກິດ. ກອງປະຊຸມໄດ້ເຊື່ອມຕໍ່ທາງໄກກັບຈຸດເຊື່ອມຕໍ່ສົດ 63 ທ້ອງຖິ່ນ. ນີ້ແມ່ນກອງປະຊຸມຄັ້ງທຳອິດລະຫວ່າງລັດຖະບານ ແລະ ບັນດາທ້ອງຖິ່ນ ພາຍຫຼັງລັດຖະບານໄດ້ບູລະນະກົງຈັກໃຫ້ສົມບູນແບບ ພາຍຫຼັງກອງປະຊຸມວິສາມັນຄັ້ງທີ 9 ຂອງສະພາແຫ່ງຊາດ ຫວຽດນມາມ ຊຸດທີ 15 (ຈັດຂຶ້ນແຕ່ວັນທີ 12 – 19 ກຸມພາ), ເພື່ອກວດກາຄືນ ແລະ ຊຸກຍູ້ການຜັນຂະຫຍາຍບັນດາໜ້າທີ່, ມາດຕະການແກ້ໄຂເພື່ອຮັບປະກັນບັນລຸເປົ້າໝາຍເຕີບໂຕ 8% ໃນປີ 2025, ສ້າງປະຖົມປັດໄຈໃຫ້ແກ່ການເຕີບໂຕ 2 ຕົວເລກໃນໄລຍະຈະມາເຖິງ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຊີ້ແຈ້ງວ່າ “ຕ້ອງຮັກສາລະດັບເຕີບໂຕສູງ, ຍືນຍົງຢ່າງຕໍ່ເນື່ອງໃນໄລຍະນັບແຕ່ນີ້ຮອດປີ 2045”. ເພື່ອບັນລຸໄດ້ເປົ້າໝາຍເຕີບໂຕປີ 2025, ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ຂົງເຂດຕ້ອງບັນລຸລະດັບເຕີບໂຕກວ່າ 8%, ວິສາຫະກິດຢູ່ພາຍໃນ ແລະ ຕ່າງປະເທດ, ເສດຖະກິດລວມໝູ່, ເສດຖະກິດເອກະຊົນ… ລ້ວນແຕ່ບັນລຸລະດັບເຕີບໂຕກວ່າ 8%. ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີໃສ່ໃຈວ່າ ການເຕີບໂຕສູງ ແຕ່ຕ້ອງຍືນຍົງ, ຍັງຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ການຄວບຄຸມໄພເງິນເຟີ້, ຮັບປະກັນຄວາມກ້າວໜ້າ, ຄວາມຍຸຕິທຳ, ຮັບປະກັນຊີວິດສັງຄົມ, ປົກປັກຮັກສາສິ່ງແວດລ້ອມ…