• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມປະຈຳປີລັດຖະມົນຕີກະຊວງຕຳຫຼວດ, ກະຊວງພາຍໃນ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 1

ລັດຖະມົນຕີ 3 ປະເທດໄດ້ເປັນເອກະພາບສືບຕໍ່ສົນທົບກັນຜັນຂະຫຍາຍຂໍ້ຕົກລົງຮ່ວມມື 2 ຝ່າຍ ຫວຽດນາມ - ລາວ, ຫວຽດນາມ - ກຳປູເຈຍ ໃຫ້ບັນລຸປະສິດທິຜົນ
ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: bocongan.gov.vn)

ວັນທີ 29 ມີນາ, ຢູ່ນະຄອນ ດ່ານັ້ງ, ໄດ້ຈັດກອງປະຊຸມປະຈຳປີລັດຖະມົນຕີກະຊວງຕຳຫຼວດ, ກະຊວງພາຍໃນ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 1, ພາຍໃຕ້ການເປັນປະທານຂອງທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ; ທ່ານພົນເອກ ວິໄລ ຫຼ້າຄຳຟອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຕຳຫຼວດ ລາວ ແລະ ທ່ານ ຊາ ໂຊຄາ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພາຍໃນ ກຳປູເຈຍ.

ທີ່ກອງປະຊຸມ, ລັດຖະມົນຕີ 3 ປະເທດໄດ້ເປັນເອກະພາບສືບຕໍ່ສົນທົບກັນຜັນຂະຫຍາຍຂໍ້ຕົກລົງຮ່ວມມື 2 ຝ່າຍ ຫວຽດນາມ - ລາວ, ຫວຽດນາມ - ກຳປູເຈຍ ໃຫ້ບັນລຸປະສິດທິຜົນ; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບການໂລກ ແລະ ພາກພື້ນ, ສະພາບການກ່ຽວຂ້ອງເຖິງຄວາມໝັ້ນຄົງແຫ່ງຊາດ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ແຕ່ລະປະເທດ, ໂດຍສະເພາະແມ່ນຢູ່ເຂດຊາຍແດນ; ຮັກສາ ແລະ ເສີມຂະຫຍາຍບັນດາກົນໄກຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການຮ່ວມມືສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາ. ພ້ອມກັນນັ້ນ, 3 ຝ່າຍໄດ້ຢືນຢັນຄຳໝັ້ນສັນຍາບໍ່ອະນຸຍາດໃຫ້ບໍ່ວ່າບຸກຄົນ, ອົງການໃດນຳໃຊ້ຜືນແຜ່ນດິນຂອງປະເທດນີ້ເພື່ອທຳລາຍ ແລະ ແຊກແຊງເຂົ້າວຽກງານຂອງປະເທດອື່ນ.

ເນື່ອງໃນໂອກາດນີ້, 3 ປະເທດໄດ້ເປັນເອກະພາບອອກຖະແຫຼງການຮ່ວມຂອງກອງປະຊຸມ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ແລະ ລາຊະອານາຈັກ ອັງກິດ ເພີ່ມທະວີການສົມທົບກັນ

ຫວຽດນາມ ແລະ ລາຊະອານາຈັກ ອັງກິດ ເພີ່ມທະວີການສົມທົບກັນ

ຫວຽດນາມ ຈະຕັ້ງໜ້າຊຸກຍູ້ບັນດາໂຄງການຮ່ວມມືໃຫ້ແທດຈິງລະຫວ່າງ ອາຊຽນ ແລະ ອັງກິດ ບົນຖານະຕຳແໜ່ງເປັນປະເທດປະສານງານການພົວພັນ ອາຊຽນ - ອັງກິດ, ໄລຍະ 2024 – 2027.

Top