• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຄັ້ງທີ 3 ບັນດາເຈົ້າໜ້າທີ່ຂັ້ນສູງ APEC 2018 ສືບຕໍ່ຊຸກຍູ້ການຮ່ວມມືແລະເຊື່ອມຕໍ່ເສດຖະກິດພາກພື້ນ

      ໃນລະຫວ່າງວັນທີ 04 – 20 ສິງຫາ, ຢູ່ນະຄອນຫຼວງ Port Moresby, ປະເທດ Pampua New Guinea, ປະເທດເຈົ້າພາບຈັດຕັ້ງເວທີປາໄສຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) 2018, ໄດ້ດຳເນີນກອງປະຊຸມຄັ້ງທີ 3 ຂອງບັນດາເຈົ້າໜ້າທີ່ຂັ້ນສູງ APEC

ກອງປະຊຸມຄັ້ງທີ 3 ຂອງບັນດາເຈົ້າໜ້າທີ່ຂັ້ນສູງ APEC
(ພາບ: VTV)
      ກອງປະຊຸມຄັ້ງທີ 2 ຂອງກຸ່ມສ້າງວິໄສທັດ APEC ແລະ ການເຈລະຈາ, ກອງປະຊຸມຂອງບັນດາຄະນະກຳມະການ, ກຸ່ມວຽກງານກ່ຽວຂ້ອງເຖິງຫຼາຍຂົງເຂດຮ່ວມມື APEC ເກືອບ 80 ຄັ້ງ.
        ນີ້ແມ່ນໜຶ່ງໃນບັນດາບັ້ນດຳເນີນກອງປະຊຸມຂອງບັນດາເຈົ້າໜ້າທີ່ຂັ້ນສູງສຳຄັນທີ່ສຸດ ເພື່ອກະກຽມໃຫ້ສັບປະດາຂັ້ນສູງ APEC 2018 ເຊິ່ງຈະດຳເນີນຢູ່ນະຄອນຫຼວງ Port Moresby ໃນເດືອນ ພະຈິກ ຈະມາເຖິງ. ບັນດາກອງປະຊຸມໄດ້ດຶງດູດຜູ້ແທນເຂົ້າຮ່ວມເກືອບ 2000 ທ່ານ ທີ່ມາຈາກ 21 ພື້ນຖານເສດຖະກິດສະມາຊິກ APEC. ຄະນະຜູ້ແທນຫວຽດນາມ ລວມມີຜູ້ຕາງໜ້າຂອງ 7 ອົງການກ່ຽວຂ້ອງຄື: ກະຊວງການຕ່າງປະເທດ, ກະຊວງອຸດສາຫະກຳການຄ້າ, ກະຊວງປ້ອງກັນປະເທດ…
        ທີ່ກອງປະຊຸມ, ບັນດາສະມາຊິກໄດ້ເນັ້ນໜັກວ່າ ຄວນສືບຕໍ່ຍູ້ແຮງການຮ່ວມມືເພື່ອຮັກສາທ່າຮ່ວມສຳພັນດ້ານເສດຖະກິດພາກພື້ນ, ປັບປຸງບົດບາດຂອງ APEC ແມ່ນກົນໄກຮ່ວມມືເສດຖະກິດແຖວໜ້າຂອງພາກພື້ນ, ແມ່ນກຳລັງໜູນໃຫ້ແກ່ການເຕີບໂຕ ແລະ ຮ່ວມສຳພັນຜ່ານການຄ້າ ແລະ ການລົງທຶນຢ່າງເສລີ ແລະ ເປີດ, ສ້າງວຽກເຮັດງານທຳ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດອາຊີ - ປາຊີຟິກ.
 (ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ທີ່​ການ​ເຈ​ລະ​ຈາ​ຢູ່​ນະ​ຄອນຫຼວງ ວຽງ​ຈັນ​ທີ່​ໄດ້​ດຳ​ເນີນ​ໃນ​ວັນ​ດຽວ​ກັນ, ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ພ້ອມ​ກັນ​ມາ​ນະ​ພະ​ຍາ​ຍາມ​ເຮັດ​ໃຫ້​ເນື້ອ​ໃນ ຫຸ​້ນ​ສ່ວນ​ຍຸດ​ທະ​ສາດ​ເລິກ​ເຊິ່ງກວ່າ​ອີກ, ສຸມ​ໃສ່​ຫັນ​ເປັນ​ລະ​ອຽດ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ​ມີ​ປ​ະ​ສິດ​ທິ​ຜົນ​ກວ່າ

Top