• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຄະນະຊີ້ນຳລະຫວ່າງຂະແໜງເຊື່ອມໂຍງເຂົ້າກັບເສດຖະກິດສາກົນ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ເວືອງ​ດີງ​ເຫ້ວ
       ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ຄັ້ງ​ທີ 1 ຂອງ​ຄະ​ນະ​ຊີ້​ນຳ​ໃນ​ປີ 2017 ຊຶ່ງ​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 28/2, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ເວືອງ​ດີງ​ເຫ້ວ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ລະ​ຫວ່າງ​ຂະ​ແໜງ​ເຊື່ອມ​ໂຍງເຂົ້າ​ກັບເສດ​ຖະ​ກິດ​ສາ​ກົນ​ ໄດ້​ສະ​ເໜີ​ຄະ​ນະ​ຊີ້​ນຳ​ເລັ່ງ​ໃສ່​ບາງ​ທິດ​ທາງ, ໜ້າ​ທີ່ໃນ ເຊື່ອມ​ໂຍງເຂົ້າ​ກັບເສດ​ຖະ​ກິດ​ສາ​ກົນປີ 2017. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ເວືອງ​ດີງ​ເຫ້ວເນັ້ນ​ໜັກ​ວ່າ: 
     “ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ຄວນ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ ແລະ ຄະ​ນະ​ນັກ​ເຈ​ລະ​ຈາ​ຂອງ​ລັດ​ຖະ​ບານ​ເປັນ​ຢ່າງ​ດີ​ໃນ​ການ​ຍົກ​ອອກວິ​ທີ​ການ​ທີ່​ເໝາະ​ສົ​ມ​ກ່ຽວ​ກັບ​ລະ​ບຽບ​ການ​ໃຫ້​ສັດ​ຕະ​ຍາ​ບັນ​ບັນ​ດາ​ສັນ​ຍາ​ທີ່​ໄດ້​ລົງ​ນາມ​ຄື: TPP, ສັນ​ຍາ​ກັບ​ສະ​ຫະ​ພາບ​ເອີ​ລົບ ແລະ ເປັນ​ເຈົ້າ​ການ​ເຈ​ລະ​ຈາ​ກັບ​ບາງ​ຄູ່​ຮ່ວມ​ມື​ອື່ນໆ, ຊຸກ​ຍູ້​ການ​ໃຫ້​ສັດ​ຕະ​ຍ​າ​ບັນສັນ​ຍາ FTA ກັບ EU ໂດຍ​ໄວ”.
 (ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຮັບຫຼຽນໄຊ​ອັນ​ສູງ​ສົ່ງ​ຂອງ​ລາ​ຊະ​ອາ​ນາ​ຈັກ ແດນ​ມາກ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຮັບຫຼຽນໄຊ​ອັນ​ສູງ​ສົ່ງ​ຂອງ​ລາ​ຊະ​ອາ​ນາ​ຈັກ ແດນ​ມາກ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທ​ານ​ປະ​ເທດ ໂຕ​ເລິມ ສະ​ແດງ​ຄວາມ​ຫວັງ​ຢ່າງ​ຍິງວ່າ ຢາກ​ສະ​ຫງວນ​ຄວາມ​ເປັນ​ກຽດ​ອັນ​ຍິ່ງ​ໃຫຍ່​ນີ້​ໃຫ້​ປະ​ຊາ​ຊົນ ຫວຽດ​ນາມ, ໃຫ້​ລຸ້ນ​ຄົນ ຫວຽດ​ນາມ ແລະ ແດນ​ມາກທີ່​ຕັ້ງ​ພື້​ນ​ຖານ, ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ​ໃນ​ຕະຫຼອດ​ໄລ​ຍະ 55 ປີ​ຜ່ານ​ມາ.

Top