• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຂ່າວສາກົນກ່ຽວກັບວຽກງານກະກຽມກອງປະຊຸມສຸດຍອດ ສ ອາເມລິກາ-ສປປ ເກົາຫຼີ ຄັ້ງທີ 2

ຕອນເຊົ້າວັນທີ 25 ກຸມພາ 2019, ຢູ່ສູນໜັງສືພິມສາກົນ ກອງປະຊຸມສຸດຍອດ ສ ອາເມລິກາ-ສປປ ເກົາ ຫຼີ ຄັ້ງທີ 2 (91 ຖະໜົນ ເຈິ່ນຮຶງດ້າວ, ຮ່າໂນ້ຍ), ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມຂ່າວສາ ກົນ ກ່ຽວກັບວຽກງານກະກຽມໃຫ້ແກ່ກອງປະຊຸມສຸດຍອດດັ່ງກ່າວ.

ທ່ານ ຫງວຽນແມ້ງຮຸ່ງ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ, ທ່ານ ຫງວຽນດຶກຈຸງ ປະທານ ຄະນະກຳມະການ ປະຊາຊົນ ນະຄອນ ຮ່າໂນ້ຍ ແລະ ທ່ານ ເລຮວ່າຍຈຸງ ຮອງລັດຖະມົນຕີ ກະຊວງການ ຕ່າງປະເທດ ໄດ້ເປັນປະທານຮ່ວມກອງປະຊຸມ ດັ່ງກ່າວ.
ພາບກອງປະຊຸມຂ່າວສາກົນກ່ຽວກັບວຽກງານກະກຽມກອງປະຊຸມສຸດຍອດ ສ ອາເມລິກາ-ສປປ ເກົາຫຼີ ຄັ້ງທີ 2. ພາບ: ກົງດາດ/VNP

ທ່ານ ຫງວຽນແມ້ງຮຸ່ງ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ກ່າວປາໄສທີ່ກອງປະຊຸມຂ່າວສາກົນ ກ່ຽວກັບວຽກງານກະກຽມກອງປະຊຸມສຸດຍອດ ສ ອາເມລິກາ-ສປປ ເກົາຫຼີ ຄັ້ງທີ 2. ພາບ: ກົງດາດ/VNP

 
ນັກຂ່າວພາຍໃນ ແລະ ສາກົນ ເຂົ້າຮ່ວມກອງປະຊຸມຂ່າວ. ພາບ: ກົງດາດ/VNP

ກ່າວປາໄສທີ່ກອງປະຊຸມຂ່າວ, ທ່ານ ເລຮວ່າຍຈຸງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຢືນຢັນວ່າ ຫວຽດນາມ ຈະສ້າງເງື່ອນໄຂອຳນວຍຄວາມສະດວກຢ່າງດີທີ່ສຸດໃຫ້ແກ່ກອງປະຊຸມສຸດຍອດ ສ ອາເມລິກາ-ສປປ ເກົາຫຼີ ຄັ້ງທີ 2. ຜ່ານການຈັດຕັ້ງກອງປະຊຸມຄັ້ງນີ້ ໄດ້ສະແດງໃຫ້ເຫັນແນວທາງການຕ່າງປະເທດ ຂອງ ຫວຽດນາມ ຊຶ່ງເປັນສະມາຊິກ ທີ່ມີການຮັບຜິດຊອບ ໃນປະຊາຄົມສາກົນ. ຫວຽດ ນາມ ມຸ້ງຫວັງທ່ີຈະໄດ້ປະກອບ ສ່ວນໂດຍກົງເຂົ້າໃນການສົນທະນາ ເພື່ອສັນຕິພາບ, ແກ້ໄຂບັນຫາຂັດແຍ້ງສາກົນ.

ທ່ານ ຫງວຽນແມ້ງຮຸ່ງ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ໃຫ້ຮູ້ວ່າ ມີນັກຂ່າວສາກົນເກືອບ 3.000 ຄົນ ທີ່ມາຈາກກວ່າ 200 ສຳນັກຂ່າວສານ, ວາລະສານ, ໜັງສືພິມຂອງເກືອບ 40 ປະເທດໃນໂລກ ໄດ້ມາລົງທະບຽນ ເຂົ້າຮ່ວມເພື່ອເກັບກຳຂ່າວ ກ່ຽວກັບກອງປະຊຸມຄັ້ງນີ້. ນັກຂ່າວ ຫວຽດນາມ ເກືອບ 500 ຄົນເຂົ້າຮ່ວມໃນເຫດການຄັ້ງນີ້.

ທ່ານ ຫງວຽນດຶກຈຸງ ປະທານຄະນະກຳມະການ ປະຊາຊົນ ນະຄອນ ຮ່າໂນ້ຍ ໄດ້ຢືນຢັນວ່າ ອຳນາດການ ປົກຄອງ ແລະ ປະຊາຊົນນະຄອນຫຼວງ ຮ່າໂນ້ຍ ໄດ້ ແລະ ພວມປະຕິບັດ ວຽກງານກະກຽມເພື່ອຮັບ ປະກັນ ໃຫ້ເຫດການນີ້ ສຳເລັດຢ່າງຈົບງາມ.
 
ປະຕິບັດໂດຍ: ກົງດາດ
 

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top