• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຂັ້ນສູງກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ການປ່ຽນແປງວຽກເຮັດງານທໍາໃນໂລກ

      ຕອນບ່າຍວັນທີ 16 ກັນຍາ,  ຢູ່ຮ່າໂນ້ຍ ໄດ້ດໍາເນີນກອງປະຊຸມຂັ້ນສູງກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດ ໃຫ້ແກ່ການປ່ຽນແປງວຽກເຮັດງານທໍາໃນໂລກ. ນີ້ແມ່ນວາລະປະຊຸມພິເສດຂອງກະຊວງແຮງງານ ແລະ ກະຊວງສຶກສາ ບັນດາປະເທດ ອາຊຽນ ໂດຍກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ສົມທົບກັບ ກະຊວງສຶກສາ ແລະ ບໍາລຸງສ້າງ ຫວຽດນາມ ຈັດຕັ້ງຂຶ້ນ.

ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ  ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)
      ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ເນັ້ນໜັກວ່າ :
     “ ພວກເຮົາຕ່າງກໍຮູ້ວ່າ ການພັດທະນາແຫຼ່ງຊັບພະຍາກອນມະນຸດແມ່ນໜຶ່ງໃນ 3 ບຸລິມະສິດແຖວໜ້າຂອງປະຊາຄົມອາຊຽນ ແລະ ໄດ້ຖືກລະບຸໄວ້ໃນກົດບັດອາຊຽນ. ໄດ້ມີຫຼາຍການເຄື່ອນໄຫວ, ຂໍ້ລິເລີ່ມຫຼາຍຂໍ້ທີ່ລະອຽດ ຊຶ່ງອາດຈະເວົ້າເຖິງແມ່ນມີຫຼາຍທີ່ສຸດ ຄືການກໍ່ສ້າງກອບສົມທຽບລະດັບໃນອາຊຽນ, ບັນດາຂໍ້ລິເລີ່ມສ້າງບັນດາເຂດສຶກສາຂັ້ນມະຫາວິທະຍາໄລເພື່ອໃຫ້ບັນດານັກສຶກສາລະຫວ່າງປະເທດສາມາດໄປມາແລກປ່ຽນນຳກັນ, ພິເສດແມ່ນການເປີດຕົວສະພາອາຊີວະສຶກສາ ກໍແມ່ນຫຼັກຖານໜຶ່ງທີ່ລະອຽດທີ່ສຸດ ແລະ ບັນດາຄວາມມານະພະຍາຍາມເຊັ່ນນັ້ນ ຄວນສືບຕໍ່ຊຸກຍູ້ໃຫ້ແຂງແຮງເພື່ອສາມາດປະຕິບັດ ຢ່າງສຳເລັດຜົນ ຖະແຫຼງການອາຊຽນກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດການປ່ຽນແປງວຽກເຮັດງານທຳໃນໂລກເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງພື້ນຖານການຜະລິດໃໝ່ ແລະ ຂອງສັງຄົມໃນອະນາຄົດ”

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: VGP) 
      ກອງປະຊຸມເພື່ອແນໃສ່ຊຸກຍູ້ການຮ່ວມມືໃນ ອາຊຽນ ກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດໃຫ້ແທດເໝາະກັບຄວາມຕ້ອງການພັດທະນາຂອງເຕັກໂນໂລຢີ; ເພີ່ມທະວີການພົວພັນຮ່ວມມືລະຫວ່າງ ອາຊຽນ ແລະ ບັນດາປະເທດຄູ່ເຈລະຈາ, ບັນດານັກອຸປະຖໍາໃນການພັດທະນາແຫຼ່ງຊັບພະຍາກອນມະນຸດ; ປະກອບສ່ວນບັນດາໝາກຜົນລະອຽດເຂົ້າໃນ ກອງປະຊຸມສຸດຍອດ ອາຊຽນ ໃນເດືອນ ພະຈິກ 2020. ທ່ານ ເລວັນແທ່ງ, ຮອງລັດຖະມົນຕີກະຊວງ ແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໃຫ້ຮູ້ວ່າ: 
            “ໃນສະພາບການໂລກພວມມີການປ່ຽນແປງຢ່າງວ່ອງໄວ ຄືໃນປັດຈຸບັນ, ອາຊຽນ ຍາມໃດກໍຢັ້ງຢືນວ່າ ມະນຸດແມ່ນໃຈກາງຂອງການພັດທະນາ. ເພາະວ່າ ເປົ້າໝາຍສຸດທ້າຍຂອງການເຕີບໂຕ ແລະ ພັດທະນາແບບຍືຍຍົງ ແມ່ນເພື່ອມຸ່ງໄປເຖິງການພັດທະນາມະນຸດ ເພື່ອມະນຸດ. ເພາະສະນັ້ນ, ຫວຽດນາມ ຈຶ່ງເລືອກເອົາການພັດທະນາແຫຼ່ງຊັບພະຍາກອນມະນຸດແມ່ນວຽກງານບຸລິມະສິດໃນປະຊາຄົມສັງຄົມ ອາຊຽນ ເພື່ອປະກອບສ່ວນເຂົ້າໃນການພັດທະນາປະຊາຄົມເສດຖະກິດ ແລະ ຊຸກຍຸູ້ ເພື່ອພາກພື້ນ ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື ຄືດັ່ງຫົວຂໍ້ຂອງປີປະທານ ອາຊຽນ 2020”.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top