ວັນທີ 22 ກໍລະກົດ, ຢູ່ ມານີລາ, ຟີລິບປິນ, ໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 59 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ທ່ານ ເລຮວ່າຍຈຸງ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ພ້ອມກັບທ່ານ Ed Miliband, ລັດຖະມົນຕີການຕ່າງປະເທດ ອັງກິດ ເປັນປະທານຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ອັງກິດ.
ທີ່ກອງປະຊຸມ, ບັນດາລັດຖະມົນຕີມີຄວາມປະຕິຊົມຊື່ນເມື່ອຮັບຮູ້ວ່າ ພາຍຫຼັງໄດ້ຮັບການສ້າງຕັ້ງມາເປັນເວລາ 5 ປີການພົວພັນ ອາຊຽນ - ອັງກິດ ບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງ, ແທດຈິງ. 2 ຝ່າຍໄດ້ສ້າງແຜນການກະທຳໄລຍະ 2022 – 2026 ສຳເລັດໂດຍພື້ນຖານ, ດ້ວຍອັດຕາປະຕິບັດບັນລຸ 98,9%. ປະຈຸບັນ, ອັງກິດ ແມ່ນຄູ່ຄ້າໃຫຍ່ທີ 12 ແລະ ແມ່ນນັກລົງທຶນໂດຍກົງຈາກຕ່າງປະເທດໃຫຍ່ທີ 6 ຂອງ ອາຊຽນ; ໃນປີ 2025, ວົງເງິນການຄ້າ 2 ສົ້ນຄາດວ່າບັນລຸ 45,01 ຕື້ USD. ອັງກິດ ຕັ້ງໜ້າເຂົ້າຮ່ວມບັນດາກົນໄກ, ຂອບເຂດການຮ່ວມມືຂອງ ອາຊຽນ ໃນ 3 ເສົາຄ້ຳການເມືອງ - ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທຳ ສັງຄົມ; ສະໜັບສະໜູນບົດບາດເປັນໃຈກາງຂອງ ອາຊຽນ.
ບັນດາລັດຖະມົນຕີໄດ້ເຫັນດີເປັນເອກະພາບຮັບຮອງເອົາແຜນການກະທຳ ອາຊຽນ - ອັງກິດ ໄລຍະ 2027 – 2031 ແລະ ຖະແຫຼງການຮ່ວມກ່ຽວກັບການຮ່ວມມືໃນຂອບເຂດເອກະສານທັດສະນະຂອງ ອາຊຽນ ກ່ຽວກັບມະຫາສະໝຸດ ອິນເດຍ - ປາຊີຟິກ (AOIP), ຜ່ານນັ້ນກໍ່ກຳນົດສ້າງຂອບເຂດຍຸດທະສາດໃຫ້ແກ່ການຮ່ວມມື ອາຊຽນ - ອັງກິດ ໃນໄລຍະຈະມາເຖິງ.






