ຂ່າວສານ

ກອງປະຊຸມ AMM – 59: ຫວຽດນາມ ເປັນປະທານຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ອັງກິດ

ທ່ານ ເລຮວ່າຍຈຸງ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ພ້ອມກັບທ່ານ Ed Miliband, ລັດຖະມົນຕີການຕ່າງປະເທດ ອັງກິດ ເປັນປະທານຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ອັງກິດ.
  ​ທີ່​ການ​ພົບ​ປະ​ລະ​ຫວ່າງລັດຖະມົນຕີການຕ່າງປະເທດ ຫວຽດ​ນາມ - ອັງກິດ (ພາບ: VNA)  

ວັນ​ທີ 22 ກໍ​ລະ​ກົດ, ຢູ່ ມາ​ນີ​ລາ, ຟີ​ລິບ​ປິນ, ໃນ​ຂອບ​ເຂດກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ ຄັ້ງ​ທີ 59 ແລະ ບັນ​ດາ​ກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ, ທ່ານ ເລ​ຮ​ວ່າຍ​ຈຸງ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ພ້ອມ​ກັບ​ທ່ານ Ed Miliband, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອັງ​ກິດ ເປັນ​ປະ​ທານ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ - ອັງ​ກິດ.

ທີ່ກອງ​ປະ​ຊຸມ, ບັນ​ດາ​ລັດ​ຖະ​ມົນ​ຕີ​ມີ​ຄວາມ​ປະ​ຕິ​ຊົມ​ຊື່ນ​ເມື່ອ​ຮັບ​ຮູ້​ວ່າ ພາຍ​ຫຼັງ​ໄດ້​ຮັບ​ການ​ສ້າງ​ຕັ້ງມາ​ເປັນ​ເວ​ລາ 5 ປີ​ການ​ພົວ​ພັນ ອາ​ຊຽນ - ອັງ​ກິດ ບັນ​ລຸ​ໄດ້​ໝາກ​ຜົນ​ສຳ​ຄັນ​ຫຼາຍ​ຢ່າງ, ແທດ​ຈິງ. 2 ຝ່າຍ​ໄດ້​ສ້າງ​ແຜນ​ການ​ກະ​ທຳ​ໄລ​ຍະ 2022 – 2026 ສຳ​ເລັດ​ໂດຍ​ພື້ນ​ຖານ, ດ້ວຍ​ອັດ​ຕາ​ປະ​ຕິ​ບັດ​ບັນ​ລຸ 98,9%. ປະ​ຈຸ​ບັນ, ອັ​ງ​ກິດ ແມ່ນ​ຄູ່​ຄ້າ​ໃຫຍ່​ທີ 12 ແລະ​ ແມ່ນ​ນັກ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ​ໃຫຍ່​ທີ 6 ຂອງ ອາ​ຊຽນ; ໃນ​ປີ 2025, ວົງ​ເງິນ​ການ​ຄ້າ 2 ສົ້ນ​ຄາດ​ວ່າ​ບັນ​ລຸ 45,01 ຕື້ USD. ອັງ​ກິດ ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ບັນ​ດາ​ກົນ​ໄກ, ຂອບ​ເຂດ​ການ​ຮ່ວມ​ມື​ຂອງ ອາ​ຊຽນ ໃນ 3 ເສົາ​ຄ້ຳ​ການ​ເມືອງ - ຄວາມ​ໝັ້ນ​ຄົງ, ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ ສັງ​ຄົມ; ສະໜັບ​ສະ​ໜູນ​ບົດ​ບາດ​ເປັນ​ໃຈ​ກາງ​ຂອງ ອາ​ຊຽນ.

ບັນ​ດາ​ລັດ​ຖະ​ມົນ​ຕີ​ໄດ້​ເຫັນ​ດີເປັນ​ເອ​ກະ​ພາບ​ຮັບ​ຮ​ອງ​ເອົາ​ແຜນ​ການ​​ກະ​ທຳ ອາ​ຊຽນ - ອັງ​ກິດ ໄລ​ຍະ 2027 – 2031 ແລະ ຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຂອບ​ເຂດ​ເອ​ກະ​ສານ​ທັດ​ສະ​ນະ​ຂອງ ອາ​ຊຽນ ກ່ຽວ​ກັບ​ມະ​ຫາ​ສະໝຸດ​ ອິນ​ເດຍ - ປາ​ຊີ​ຟິກ (AOIP), ຜ່ານນັ້ນກໍ່ກຳ​ນົດ​​ສ້າງຂອບ​ເຂດ​ຍຸດ​ທະ​ສາດ​ໃຫ້​ແກ່​ການ​ຮ່ວມ​ມື ອາ​ຊຽນ - ອັງ​ກິດ ໃນ​ໄລ​ຍະ​ຈະ​ມາ​ເຖິງ.


top