• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ກອງປະຊຸມ AMM 55: ຫວຽດນາມ ຮຽກຮ້ອງບັນດາປະເທດສ້າງທະເລຕາເວັນອອກໃຫ້ກາຍເປັນເຂດທະເລສັນຕິພາບ, ສະຖຽນລະພາບ, ຮ່ວມມື

ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງ ຮັບປະກັນສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ.
  (ທີ່ກອງປະຊຸມ)  

ຕອນບ່າຍວັນທີ 05 ສິງຫາ, ຢູ່ນະຄອນຫຼວງ ພະນົມເປັນ, ປະເທດ ກຳປູເຈຍ, ໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດບັນດາປະເທດ ອາຊຽນ ຄັ້ງທີ 55 (AMM-55) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ເຂົ້າຮ່ວມເວທີປາໄສພາກພື້ນ ອາຊຽນ (ARF) ຄັ້ງທີ 29.

ຢືນຢັນຫຼັກໝັ້ນ, ຫຼັກການຂອງ ອາຊຽນ ໃນບັນຫາທະເລຕາເວັນອອກ, ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງ ຮັບປະກັນສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ. ອາຊຽນ ແລະ ຈີນ ສືບຕໍ່ມານະພະຍາຍາມປະຕິບັດ ຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ ແລະ ບັນລຸໄດ້ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982.

ກອງປະຊຸມໄດ້ຮັບຮອງເອົາບັນດາຖະແຫຼງການ ARF ວ່າດ້ວຍເລື່ອງຊຸກຍູ້ສັນຕິພາບ, ສະຖຽນລະພາບ ຜ່ານບັນດາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ທາງການທູດປ້ອງກັນ, ຮັກສາພາກພື້ນອາຊີຕາເວັນອອກສ່ຽງໃຕ້ ປອດອາວຸດນິວເຄຼຍ ແລະ ກອບເອກະສານ ARF ກ່ຽວກັບບັນດາວິວັດທະການກວມລວມເພື່ອການທູດປ້ອງກັນ ແລະ ແກ້ໄຂການປະທະກັນ.

(ແຫຼ່ງຄັດຈາກ VOV)

ຮ່ວມແຮງຮ່ວມໃຈ ປົກປັກຮັກສາມູນຄ່າມໍລະດົກດັ້ງເດີມ ຂອງ ໝີ໊ເຊີນ

ຮ່ວມແຮງຮ່ວມໃຈ ປົກປັກຮັກສາມູນຄ່າມໍລະດົກດັ້ງເດີມ ຂອງ ໝີ໊ເຊີນ

ບັນດາຄວາມພະຍາຍາມ ເພື່ອປົກປັກຮັກສາມູນຄ່າມໍລະດົກດັ້ງເດີມ ຂອງເຂດປູຊະນີຍະສະຖານ ໝີ໊ເຊີນ ທີ່ໄດ້ຮັບການຮັບຮອງຈາກ UNESCO ພວມໄດ້ຮັບການເພີ່ມທະວີ, ຄຽງຄູ່ກັບການນຳໃຊ້ຄວາມກ້າວໜ້າທາງດ້ານດີຈີຕອນ ເພື່ອຍົກສູງປະສົບການຂອງນັກທ່ອງທ່ຽວ ແລະ ຊຸກຍູ້ການທ່ອງທ່ຽວແບບຍືນຍົງ.

Top