• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງທະຫານຊ່າງແສງເລກ 1 ທີ່ເຂົ້າຮ່ວມການປົກປັກຮັກສາສັນຕິພາບ ໄດ້ປະຕິບັດສຳເລັດໜ້າທີ່, ກັບເມືອປະເທດຢ່າງປອດໄພ

ບັນດາສະມາຊິກຂອງກອງກໍ່ໄດ້ມານະພະຍາຍາມ, ແກ້ໄຂທຸກຄວາມຫຍຸ້ງຍາກ, ປະຕິບັດສຳເລັດໜ້າທີ່ເຊິ່ງຜູ້ບັນຊາການຄະນະປະຕິບັດງານຈັດແບ່ງ.
ກອງທະຫານຊ່າງແສງເລກ 1 ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດຢູ່ຄະນະປະຕິບັດງານ UNISFA (ເຂດ Abyei) ໄດ້ປະຕິບັດສຳເລັດໜ້າທີ່ເປັນຢ່າງດີ (ພາບ: TTXVN)

ຮຸ່ງເຊົ້າວັນທີ 15 ສິງຫາ, ຢູ່ສະໜາມບິນສາກົນ ໂນ້ຍບ່າຍ, ຮ່າໂນ້ຍ, ກົມຮັກສາສັນຕິພາບ ຫວຽດນາມ, ຂຶ້ນກັບກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດພິທີຕ້ອນຮັບກອງທະຫານຊ່າງແສງເລກ 1 ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດຢູ່ຄະນະປະຕິບັດງານ UNISFA (ເຂດ Abyei), ໄດ້ປະຕິບັດສຳເລັດໜ້າທີ່ເປັນຢ່າງດີ ແລະ ກັບຄືນເມືອປະເທດ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານພັນເອກ ຟ້າມແມ້ງທັງ, ຫົວໜ້າກົມຮັກສາສັນຕິພາບ ຫວຽດນາມ, ເນັ້ນໜັກວ່າ ກອງທະຫານຊ່າງແສງເລກ 1 ແມ່ນກອງທະຫານຊ່າງແສງທຳອິດຂອງ ຫວຽດນາມ ທີ່ຜັນຂະຫຍາຍຢູ່ບໍລິເວນໃໝ່, ພື້ນຖານດ້ານວັດຖຸຍັງຂາດເຂີນ, ເງື່ອນໄຂດິນຟ້າອາກາດມີການປ່ຽນແປງທີ່ຮ້າຍແຮງ. ເຖິງຢ່າງໃດກໍ່ຕາມ, ບັນດາສະມາຊິກຂອງກອງກໍ່ໄດ້ມານະພະຍາຍາມ, ແກ້ໄຂທຸກຄວາມຫຍຸ້ງຍາກ, ປະຕິບັດສຳເລັດໜ້າທີ່ເຊິ່ງຜູ້ບັນຊາການຄະນະປະຕິບັດງານຈັດແບ່ງ. ຜູ້ບັນຊາການກອງທະຫານຊ່າງແສງ ໄດ້ຕາງໜ້າໃຫ້ສະພາຄວາມໝັ້ນຄົງສະຫະປະຊາຊາດ ມອບຫຼຽນໄຊເພື່ອພາລະກິດປົກປັກຮັກສາສັນຕິພາບສະຫະປະຊາຊາດ ໃຫ້ແກ່ພະນັກງານ, ພາລະກອນທັງໝົດ 184 ຄົນ.

ໂດຍໄດ້ຮູ້ວ່າ, ພາຍຫຼັງ 15 ເດືອນການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດຢູ່ຄະນະປະຕິບັດງານ UNISFA, ເຂດ Abyei, ກອງທະຫານຊ່າງແສງເລກ 1 ໄດ້ກໍ່ສ້າງໃໝ່, ຍົກລະດັບ ແລະ ສ້ອມແປງບັນດາເສັ້ນທາງຄົມມະນາຄົມສາຍຫຼັກຂອງຄະນະປະຕິບັດງານ; ກໍ່ສ້າງ 15 ເສັ້ນທາງລາດຕະເວນໃໝ່ ດ້ວຍຄວາມຍາວກວ່າ 300 ກມ; ກໍ່ສ້າງສະໜາມບິນກາງສະໜາມໃໝ່ຢູ່ Diffa 1 ແຫ່ງ. ນອກນັ້ນ, ກອງທະຫານຊ່າງແສງເລກ 1 ກໍ່ຍັງສົມທົບກັບກອງທະຫານບົກ ປາກິດສະຖານ, ຈັດການກວດ, ປິ່ນປົວພະຍາດ, ສະໜອງຢຸກຢາໂດຍບໍ່ເສຍຄ່າ, ມອບຂອງຂວັນໃຫ້ແກ່ແມ່ຍິງ ແລະ ເດັກນ້ອຍໃນບໍລິເວນ…

(ແຫຼ່ງຄັດຈາກ VOV)

ພັກ, ລັດ ແລະ ປະ​ຊາ​ຊົນ ​ຈາ​ລຶກ​ບຸ​ນ​ຄຸນ​ຂອງ​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ປະ​ເທດ​ຊາດ​ຕະຫຼອດ​ໄປ

ພັກ, ລັດ ແລະ ປະ​ຊາ​ຊົນ ​ຈາ​ລຶກ​ບຸ​ນ​ຄຸນ​ຂອງ​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ປະ​ເທດ​ຊາດ​ຕະຫຼອດ​ໄປ

ທ່ານ​ນາງ ຫງວຽນ​ທິງ​ແທັງ ສະ​ແດງ​ຄວາມ​ເຄົາ​ລົບ​ ແລະ ຄຳ​ຢຶ້​ຢາມ​ຖາວ​ຂ່າວ, ນ້ຳ​ໃຈ​ຄວາມ​ຮັກ​ແພງ​ທີ່​ສຸດຕໍ່​ແມ່​ຫວຽດ​ນາມ ວິ​ລະ​ຊົນ, ບັນ​ດາ​ນັກ​ຮົບ​ກຳ​ລັງ​ປະ​ກອບ​ອາ​ວຸດ​ປະ​ຊາ​ຊົນ, ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ, ທະ​ຫານ​ເສຍ​ອົງ​ຄະ, ນັກ​ຮົບ​ເຈັບ​ປ່ວຍ, ຜູ້​ມີ​ຄົນ​ງາມ​ຄວາມ​ດີທີ່​ດີ​ເດັ່ນ​ພ້ອມ​ກັບ​ຄອບ​ຄົວ

Top