• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

WTO ສຳເລັດຮອບເລືອກຕັ້ງຜູ້ອຳນວຍການໃຫຍ່ຄົນໃໝ່

ມີສະມາຊິກ 5 ທ່ານໄດ້ຮັບເລືອກຕັ້ງເຂົ້າຮອບທີ 2 ແມ່ນມາຈາກບັນດາປະເທດຄື: ນີເຊເນຍ, ສ.ເກົາຫຼີ, ແກນຢາ, ຊະອຸດີອາຣາເບຍ ແລະ ອັງກິດ.


ມີສະມາຊິກ 5 ທ່ານໄດ້ຮັບເລືອກຕັ້ງເຂົ້າຮອບທີ 2

(ພາບ: AFP/TTXVN)


ອົງການການຄ້າໂລກ (WTO) ໄດ້ກ້າວໄປເຖິງບາດກ້າວໜຶ່ງໃນວິວັດການເລືອກຕັ້ງຜູ້ອຳນວຍການໃຫຍ່ຄົນໃໝ່, ທ່ານເອກອັກຄະລັດຖະທູດ David Walker (ນິວຊີແລນ) ໄດ້ປະກາດໝາກຜົນການເລືອກຕັ້ງຮອບທີ 1 ແລະ ແຜນການທາບທາມຄວາມເຫັນຮອບທີ 2. ຕາມນັ້ນແລ້ວ, ທີ່ການທາບທາມຄວາມເຫັນຮອບທີ 1 ເຊິ່ງດຳເນີນໃນລະຫວ່າງວັນທີ 07 – 16 ກັນຍາ, ໃນຈຳນວນຜູ້ສະໝັກເລືອກຕັ້ງ 8 ທ່ານ, ມີສະມາຊິກ 5 ທ່ານໄດ້ຮັບເລືອກຕັ້ງເຂົ້າຮອບທີ 2 ແມ່ນມາຈາກບັນດາປະເທດຄື: ນີເຊເນຍ, ສ.ເກົາຫຼີ, ແກນຢາ, ຊະອຸດີອາຣາເບຍ ແລະ ອັງກິດ.ຮອບທາບທາມຄວາມເຫັນທີ 2 ຈະດຳເນີນໄປໃນລະຫວ່າງວັນທີ 24 ກັນຍາ ຫາວັນທີ 06 ຕຸລາ. ຈຳນວນຜູ້ສະໝັກເລືອກຕັ້ງຈະຍັງເຫຼືອພຽງ 2 ທ່ານເທົ່ານັ້ນ.

ວິວັດການເລືອກຕັ້ງຜູ້ອຳນວຍການໃຫຍ່ຄົນໃໝ່ຂອງ WTO ໄດ້ເລີ່ມແຕ່ວັນທີ 14 ພຶດສະພາ, ຂະນະທີ່ຜູ້ອຳນວຍການໃຫຍ່ Roberto Azevedo ແຈ້ງໃຫ້ຊາບວ່າ ຈະລາອອກຈາກຕຳແໜ່ງກ່ອນໜ້ານັ້ນ 1 ວັນ ເມື່ອໝົດກຳນົດອາຍຸການ. ທ່ານ Roberto Azevedo ໄດ້ລາອອກຕຳແໜ່ງໃນວັນທີ 31 ສິງຫາ ຜ່ານມາ.

(ແຫຼ່ງຄັດຈາກ VOV)

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ທ່ານ ພົນຕີ ເລ ກວກ ຮຸ່ງ, ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ, ປະທານກອງປະຊຸມ ຫວຽດນາມ-ລາວ ໃນກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ໄດ້ເຂົ້າຢ້ຽມຢາມ ແລະ ອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ.

Top