ຕໍ່ໜ້າບັນດາຄວາມກົດດັນຢ່າງຕໍ່ເນື່ອງຈາກບັນດາການຜັນແປພູມສາດການເມືອງ ແລະ ຄວາມເຄັງຕຶງດ້ານການຄ້າຢູ່ໂລກໃນຊຸມປີມໍ່ໆມານີ້, ຄວາມກົດດັນຕ້ອງປະຕິຮູບສຳລັບອົງການການຄ້າໂລກ (WTO) ພວມໃຫຍ່ກວ່າເວລາໃດໝົດ. ເຖິງຢ່າງໃດກໍ່ຕາມ, ບັນດາວິໄສທັດກ່ຽວກັບການປະຕິຮູບຂອງ WTO ພວມປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ, ໃນນັ້ນມີບັນດາບັນຫາຢູ່ພາຍໃນອົງການເອງ.
ໃນລະຫວ່າງວັນທີ 26 – 29 ມີນາ, ກອງປະຊຸມລັດຖະມົນຕີບັນດາປະເທດສະມາຊິກອົງການການຄ້າໂລກ (WTO) ຄັ້ງທີ 14 (MC14), ກົນໄກມີສິດອຳນາດທີ່ສຸດຂອງ WTO, ໄດ້ຈັດຂຶ້ນຢູ່ນະຄອນຫຼວງ Yaounde ຂອງ Cameroon.
ໝາກຜົນຍັງຈຳກັດຢູ່
ໂດຍແມ່ນກອງປະຊຸມລັດຖະມົນຕີ WTO ທຳອິດພາຍຫຼັງທີ່ທ່ານ Donald Trump, ປະທານາທິບໍດີ ອາເມລິກາ ກັບຄືນທຳນຽບຂາວເມື່ອປີກາຍນີ້, ແລະອຳນາດການປົກຄອງອາເມລິກາ ຈັດວາງຫຼາຍມາດຈະການດ້ານພາສີອາກອນ ສ້າງການຜັນແປຢ່າງໃຫຍ່ຫຼວງຕໍ່ກະແສການຄ້າທົ່ວໂລກ, WTO ປະເຊີນໜ້າກັບຄວາມກົດດັນອັນໃຫຍ່ຫຼວງຕໍ່ເລື່ອງຕ້ອງປະຕິຮູບຢ່າງວ່ອງໄວເພື່ອປັບຕົວກັບສະພາບການໃໝ່.
ໜຶ່ງໃນບັນດາຄວາມຮຽກຮ້ອງຮີບດ່ວນຂອງ WTO ແມ່ນຕ້ອງເຫັນດີເປັນເອກະພາບຕໍ່ເລື່ອງ ຕໍ່ກຳນົດເວລາໃຫ້ຂໍ້ຕົກລົງກ່ຽວກັບການຄ້າເອເລັກໂຕນິກ, ໂດຍລະອຽດແມ່ນຕໍ່ກຳນົດເວລາ ຕໍ່ຄຳສັ່ງໂຈະການຈັດວາງອັດຕາພາສີອາກອນສຳລັບທຸລະກຳເອເລັກໂຕນິກ, ເຊິ່ງມີຜົນສັກສິດນັບແຕ່ປີ 1998, ໝົດກຳນົດເວລາໃນເດືອນ ມີນາ ແລະ ຫຼາຍປະເທດສະມາຊິກ WTO ໄດ້ສະເໜີຕໍ່ກຳນົດເວລາຮອດປີ 2031. ເຖິງຢ່າງໃດກໍ່ຕາມ, ບັນດາຂັດແຍ້ງກັນລະຫວ່າງ ອາເມລິກາ ກັບບາງພື້ນຖານເສດຖະກິດໃຫຍ່ (ຄື: ບຣາຊິນ, ຕວັກກີ, ອິນເດຍ) ໄດ້ເຮັດໃຫ້ບັນດາການເຈລະຈາຕົກເຂົ້າສູ່ສະພາບບໍ່ມີທາງອອກ ແລະ MC14 ສິ້ນສຸດລົງ ແຕ່ບໍ່ບັນລຸໄດ້ຜົນບຸກທະລຸໃດໆເທື່ອ. ເລື່ອງບໍ່ບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບຫົວຂໍ້ນີ້ໄດ້ກໍ່ຄວາມວິຕົກກັງວົນເລື່ອງການຄ້າດີຈີຕອນ, ເຄີຍແມ່ນກຳລັງໜູນຕົ້ນຕໍໃຫ້ແກ່ການເຕີບໂຕດ້ານການຄ້າທົ່ວໂລກໃນ 2 ປີຜ່ານມາຖືກຂາດວັກຂາດຕອນ. ທ່ານ John Denton, ເລຂາທິການໃຫຍ່ຫ້ອງການການຄ້າສາກົນ (ICC) ໃຫ້ຂໍ້ສັງເກດວ່າ:
“ພວກເຮົາພວມຜ່ານຜ່າສະພາບອຸດສາຫະກຳ ຮ້າຍແຮງທີ່ສຸດໃນຍຸກທັນສະໄໝ. ທຸກສິ່ງທຸກຢ່າງທີ່ພວມເກີດຂຶ້ນຢູ່ຊ່ອງແຄບ Hormuz, ການຂາດວັກຂາດຕອນ, ຊ້ຳບໍ່ໜຳແມ່ນການດັບສູນ, ລະບົບຕ່ອງໂສ້ການສະໜອງ, ບັນດາສິ່ງທີ່ກ່ຽວຂ້ອງເຖິງການໝູນວຽນສິນຄ້າ ແລະ ການບໍລິການຂ້າມຊາຍແດນ, ບັນຫາປອດໂປ່ງ ຫຼື ຄວາມສາມາດຄາດຄະເນລ່ວງໜ້າ… ນັ້ນ. ທຸກສິ່ງທຸກຢ່າງລ້ວນແຕ່ແມ່ນເລື່ອງທີ່ WTO ຕ້ອງພະຍາຍາມຮັກສາໄວ້ ແລະ ໜູນຊ່ວຍ ແລະ ແມ່ນສິ່ງທີ່ວິສາຫະກິດປາດຖະໜາ”.
ເພື່ອເຮັດໃຫ້ຄວາມວິຕົກກັງວົນຜ່ອນຄາຍລົງ, WTO ໃຫ້ຮູ້ວ່າ ຈະສືບຕໍ່ຈັດກອງປະຊຸມໃນເດືອນ ພຶດສະພາ ຢູ່ ເຊີແນວ (ປະເທດ ສະວິດ) ເພື່ອແນໃສ່ຟື້ນຟູຂໍ້ຕົກລົງໂຈະການຈັດວາງອັດຕາພາສີສຳລັບການຄ້າເອກເລັກໂຕນິກ. ໃນສະພາບການລວມ, WTO ຖືວ່າ ບັນດາປະເທດ ອາດຈະຟື້ນຟູຂໍ້ຕົກລົງນີ້ໂດຍໄວໃນລະດູແລງ.
ຈິນຕະນາການໃໝ່ໃຫ້ WTO
ເລື່ອງບັນລຸໄດ້ຂໍ້ຕົກລົງດ້ານການຄ້າເອກເລັກໂຕນິກ ເຊິ່ງເຄີຍໄດ້ຮັບຖືວ່າແມ່ນກຸນແຈເພື່ອຮັກສາການສະໜັບສະໜູນຂອງ ອາເມລິກາ ຕໍ່ WTO, ໃນສະພາບທີ່ ວໍຊິງຕັນ ພວມມີການກະທຳຖອນອອກຈາກບັນດາສະຖາບັນຫຼາຍຝ່າຍໃນທົ່ວໂລກ. ສະນັ້ນ, ໝາກຜົນຂອງ MC14 ໄດ້ສົ່ງຜົນກະທົບທີ່ຫຍໍ້ທໍ້ສ່ວນໃດສ່ວນໜຶ່ງເຖິງບົດບາດຂອງ WTO, ໃນສະພາບທີ່ອົງການນີ້ເຄີຍປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງໃນການແກ້ໄຂບັນດາການຂັດແຍ້ງດ້ານການຄ້າຢູ່ໂລກໃນຊຸມປີຜ່ານມາ. ເຖິງຢ່າງໃດກໍ່ຕາມ, ທ່ານນາງ Ngozi Okonjo-Iweala, ຜູ້ອຳນວຍການໃຫຍ່ WTO ຖືວ່າ ບັນດາປະເທດສະມາຊິກຂອງ WTO ພວມມີຄວາມຮັບຮູ້ຢ່າງຈະແຈ້ງກວ່າເວລາໃດໝົດກ່ຽວກັບຄວາມຮຽກຮ້ອງຕ້ອງປະຕິຮູບລະບົບການຄ້າຫຼາຍຝ່າຍໃຫ້ສອດຄ່ອງກັບບັນດສການຜັນແປດ້ານພູມສາດການເມືອງ ແລະ ພູມສາດເສດຖະກິດ ຢູ່ໃນໂລກ ແລະ ຢູ່ MC14, ບັນດາປະເທດລ້ວນແຕ່ສະແດງຄວາມຕັດສິນໃຈປະຕິຮູບຢ່າງເຖິງຖອງ.
“ພວກຂ້າພະເຈົ້າພວມທົດລອງວິທີເຮັດວຽກໃໝ່. ພວກຂ້າພະເຈົ້າພວມສ້າງຮູບແບບການປະຕິຮູບທີ່ພວກຂ້າພະເຈົ້າລໍຄອຍ. ພວກຂ້າພະເຈົ້າບໍ່ສະຫງວນເວລາເພື່ອເຈລະຈາກ່ຽວກັບເນື້ອໃນຂອງເອກະສານສະບັບໜຶ່ງຄືກ່ອນນີ້ເຄີຍເຮັດອີກ, ຫາກບັນດາລັດຖະມົນຕີໄດ້ສະຫງວນເວລາສ່ວນຫຼາຍເພື່ອປຶກສາຫາລືຕໍ່ການປະຕິຮູບ ແລະ ກ່ຽວກັບການຜັນແປດ້ານການຄ້າຫວ່າງມໍ່ໆມານີ້”.
ແບ່ງປັນກ່ຽວກັບທັດສະນະນີ້, ທ່ານນາງ Pamela Coke-Hamilton, ຜູ້ອຳນວຍການຝ່າຍບໍລິຫານສູນການຄ້າສາກົນ (ITC) ກໍ່ຖືວ່າ:
“ເລື່ອງສ້າງຕັ້ງຄືນໃໝ່ນີ້ມີຄວາມໝາຍເປັນຕາຍສຳລັບ WTO ແລະ ຂ້າພະເຈົ້າຄິດວ່າ ທ່ານນາງ Ngozi Okonjo-Iweala ພວມມານະພະຍາຍາມເພື່ອໃຫ້ທຸກຄົນເຂົາຮ່ວມ ນັ່ງນຳກັນເພື່ອເລີ່ມເຄື່ອນໄຫວຄືນໃໝ່, ບໍ່ພຽງແຕ່ເພື່ອແກ້ໄຂບັນດາບັນຫາເທົ່ານັ້ນ, ຫາຍັງສ້າງຂັ້ນຕອນເເຮັດແນວໃດເພື່ອໃຫ້ WTO ກ້າວຂຶ້ນທາງໜ້າຄືດັ່ງອົງການຫຼາຍຝ່າຍ”.
ວົງການນັກຊ່ຽວຊານດ້ານເສດຖະກິດກໍ່ຖືວ່າ ເຖິງວ່າຍັງບໍ່ທັນບັນລຸໄດ້ຄວາມຄາດຫວັງກໍ່ຕາມ ແຕ່ທີ່ກອງປະຊຸມຢູ່ Cameroon ກໍ່ສະແດງໃຫ້ເຫັນວ່າ WTO ໄດ້ຊຸກຍູ້ຄວາມກ້າວໜ້າຈຳນວນໜຶ່ງ, ເມື່ອໄດ້ຮຽບຮຽງຂັ້ນຕອນການປະຕິຮູບອັນກວ້າງໃຫຍ່ກວ່າໃຫ້ແກ່ອົງການນີ້, ໃນນັ້ນມີການປົວແປງຂັ້ນຕອນອອກຂໍ້ຕົກລົງໃນລະບົບໜຶ່ງໂດຍອີງໃສ່ຄວາມເຫັນດີເຫັນພ້ອມ ທີ່ເຄີຍຖືກໂຈະໄວ້ຍ້ອນປະເທດສະມາຊິກຈຳນວນໜຶ່ງ.








