• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

World Cup 2026: ສື່ມວນຊົນ ສະວິດ ສະແດງຄວາມຜິດຫວັງຕໍ່ການແຂ່ງຂັນທີ່ສະເໝີກັນຂອງທິມກິລາບານເຕະຕົນ

ເຖິງວ່າໄດ້ເຕະໄປໃສ່ປະຕູໂກນ ກາຕາ ກວ່າ 20 ຄັ້ງ ແຕ່ທິມບານເຕະມາຈາກ ເອີລົບ ກໍ່ຍິງເຂົ້າປະຕູພຽງແຕ່ 1 ລູກ. ໃນນັດແຂ່ງຂັນຕັ້ງທີ 2, ເຂົາເຈົ້າຖືກຍິງເຂົ້າປະຕູໃນເວລາທົດແທນຂອງນັດແຂ່ງຂັນ.
  ທິມ​ບານ​ເຕະ ສະວິດ (ພາບ: Anadolu Agency/TTXVN)  

ຮຸ່ງ​ເຊົ້າ​ວັນ​ທີ 14 ມິ​ຖຸ​ນາ (ຕາມ​ເວ​ລາ ຫວຽດ​ນາມ), ກາ​ຕາ ໄດ້​ສ້າງ​ຄວ​າມ​ປະ​ຫຼາດ​ໃຈ​ເມື່ອ​ຄວ້າໄດ້ຄະ​ແນນ​ທຳ​ອິດ​ໃນ​ປະ​ຫວັດ​ສາດ World Cup ໃນ​ການ​ແຂ່ງ​ຂັນ​ເປີດ​ສາກ​ສາຍ B ເມື່ອ​ມີ​ຜົນ​ສະ​ເໝີ​ກັນ 1 ປະ​ຕູ​ຕໍ່ 1 ກັບ​ທິມ ສະ​ວິດ ຍ້ອນ​ການ​ຍິງ​ເຂົ້າ​ປະ​ຕູ​ໃນ​ຈຸດ​ເວ​ລາ​ສຸດ​ທ້າຍ​ຂອງ​ນັດ​ແຂ່ງ​ຂັນ. ພາຍ​ຫຼັງ​ການ​ແຂ່ງ​ຂັນ, ສື່ມວນ​ຊົນ ສະ​ວິດ ໄດ້​ສະ​ແດງ​ຄວາມ​ຜິດ​ຫວັງ​ຕໍ່​ກັບ​ນັດ​ແຂ່ງ​ຂັນທີ່​ສະ​ເໝີ​ກັນ​ຂອງ​ທິມ​ກິ​ລາ​ບານ​ເຕະ​ຕົນ.

“ຄວາມ​ພ່າຍ​ແພ້” ຈາກ​ໜັງ​ສື​ພິມ Neue Zürcher Zeitung ຂອງ​ ສະ​ວິດ ເມື່ອ​ວິ​ເຄາະ​ກ່ຽວ​ກັບ​ນັດ​ແຂ່ງ​ຂັນ​ສະ​ເໝີ​ກັນ. ເຖິງວ່າ​ໄດ້ເຕະໄປໃສ່ປະ​ຕູ​ໂກນ ກາ​ຕາ ກວ່າ 20 ຄັ້ງ ແຕ່​ທິມ​ບານ​ເຕະ​ມາ​ຈາກ ເອີ​ລົບ ກໍ່ຍິງເຂົ້າປະຕູພຽງ​ແຕ່​ 1 ລູກ. ໃນ​ນັດ​ແຂ່ງ​ຂັນຕັ້ງ​ທີ 2, ເຂົາ​ເຈົ້າ​ຖືກ​ຍິງ​ເຂົ້າ​ປະ​ຕູ​​ໃນ​​ເວ​ລາ​​ທົດແທນຂອງ​ນັດ​ແຂ່ງ​ຂັນ.

# ບ​ຣາ​ຊິ​ນ ກໍ່​ມີ​ການແຂ່ງ​ຂັນທີ່​ບໍ່​ງ່າຍ​​ຢູ່ World Cup 2026 ເມື່ອ​ມີ​​ຜົນ​ສະ​ເໝີ​ກັນ 1 ປະ​ຕູ​ຕໍ່ 1 ກັບທິມ ມາຣົກ ໃນ​ການ​ແຂ່ງ​ຂັນ​ຢູ່​ສາຍ C ທີ່​ຈັດ​ຂຶ້​ນ​ໃນ​ວັ​ນ​ທີ 14 ມິ​ຖຸ​ນາ. ນີ້​ແມ່ນ​ໝາກ​ຜົນ​ທີ່​ເຮັດ​ໃຫ້ ບ​ຣາ​ຊິນ ບໍ່​ມີ​ຄວາມ​ເພິ່ງ​ພໍ​ໃຈ​ໃນ​ນັດ​ທຳ​ອິດ.

(ແຫຼ່ງຄັດຈາກ VOV)

ກຸຍບາ ປະກາດຫຼາຍການປະຕິຮູບດ້ານເສດຖະກິດ

ກຸຍບາ ປະກາດຫຼາຍການປະຕິຮູບດ້ານເສດຖະກິດ

ບັນດາບ້ວງມາດຕະການດັ່ງກ່າວແມ່ນແນໃສ່ສ້າງລະບົບຄຸ້ມຄອງພື້ນຖານເສດຖະກິດ ທີ່ມີຄວາມສາມາດແກ້ໄຂຄວາມຂັດແຍ້ງລະຫວ່າງແຜນການ ແລະ ກຳລັງໜູນ

Top