ວັນທີ 17 ມິຖຸນາ, Lionel Messi ສືບຕໍ່ຂຽນໃນໜ້າປະຫວັດສາດ ເມື່ອກາຍເປັນນັກກິລາບານເຕະທຳອິດທີ່ເຂົ້າຮ່ວມການແຂ່ງຂັນ World Cup ເຖິງ 6 ຄັ້ງ, ດ້ວຍຈຳນວນນັດແຂ່ງຂັນທັງໝົດ ໃຫ້ແກ່ທິມບານເຕະ ອາກຊັງຕິນ ເຖິງ 200 ນັດ ພາຍຫຼັງນັດແຂ່ງຂັນກັບ ອານເຊຣີ ແລະ ຍິງບານເຂົ້າປະຕູຢ່າງສວຍງາມ, ຊ່ວຍໃຫ້ Albiceleste ຂຶ້ນນຳໜ້າທິມຕາງໜ້າ ອາຟະລິກາ.
Messi ກໍກາຍເປັນນັກກິລາຜູ້ທີ 2 ທີ່ຍິງບານເຂົ້າປະຕູໃນການແຂ່ງຂັນ World Cup 5 ຄັ້ງ, ພ້ອມກັບ Cristiano Ronaldo (ປອັກຕຸຍການ). ຂີດໝາຍພິເສດນີ້ ຊ່ວຍໃຫ້ Messi ຂຶ້ນກາຍໜ້ານັກກິລາຫຼາຍຄົນ ທີ່ເຄີຍເຂົ້າຮ່ວມການແຂ່ງຂັນໃນ World Cup 5 ຄັ້ງ: ເຊັ່ນ: Cristiano Ronaldo, Lothar Matthäus (ເຢຍລະມັນ), Rafael Márquez (ເມັກຊີໂກ) ຫຼື Antonio Carbajal (ເມັກຊີໂກ).





