• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

World Cup 2026: ພິ​ທີ​ໄຂ​ທຳ​ອິດ​ໄດ້​ດຳ​ເນີນ​ໃນ​ວັນ​ທີ 11 ມິ​ຖຸ​ນາ​ຢູ່ ເມ​ັກຊີ​ໂກ

ພິ​ທີ​ໄຂ​ທຳ​ອິດ​ໄດ້​ດຳ​ເນີນ​ຢູ່​ສະ​ໜາມ​ກິ​ລາ Estadio Azteca, ກ່ອນ​ນັດ​ເຕະ​ຂອງ ເມັກ​ຊີ​ໂກ ແລະ ອາບ​ຟ​ຼິກ​ກາ​ໃຕ້ ໃນ​ເວ​ລາ 13 ໂມງ​ຂອງວັນ​ທີ 11 ມິ​ຖຸ​ນາ, ຕາມ​ເວ​ລາ​ທ້ອງ​ຖິ່ນ.
(ພາບປະ​ກອບ: REUTERS/John E Sokolowski)

ພິ​ທີ​ໄຂ​ທຳ​ອິດ​ຂອງ World Cup 2026 ໄດ້​ເລີ່ມ​ດຳ​ເນີນ​ໃນ​ວັນ​ທີ 11 ມິ​ຖຸ​ນາ ຢູ່​ Mexico City (ເມກ​ຊີ​ໂກ), ໂດຍ​ນັດ​ເຕະ​ທຳ​ອິດ​ຂອງ​ສາຍ A ລະ​ຫວ່າງ​ປະ​ເທດເຈົ້າ​ພາບ ເມັກ​ຊີ​ໂກ ແລະ ອາບ​ຟ​ຼິກ​ກາ​ໃຕ້. ນັບ​ແຕ່​ຫົວ​ທີ, World Cup 2026 ມີ​ຈຸດ​ແຕກ​ຕ່າງ​ກັນ​ກັບ​ບັນ​ດາ​ປີ​ກ່ອນ, ເມື່ອ​ຈັດ​ ​ພິ​ທີ​ໄຂ 3 ຄັ້ງ​ຢູ່​ສາມ​ປະ​ເທດ​ຮ່ວມ​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ ແລະ ດຳ​ເນີນ​ໃນ​ໄລ​ຍະ​ເວ​ລາ 90 ນາ​ທີ ກ່ອນ​ບັນ​ດາ​ນັດ​ເຕະ​ຂອງ ສາມ​ປະ​ເທດ ເມັກ​ຊີ​ໂກ, ກາ​ນາ​ດາ ແລະ ອາ​ເມ​ລິ​ກາ ຕາມ​ລຳ​ດັບ.

ພິ​ທີ​ໄຂ​ທຳ​ອິດ​ໄດ້​ດຳ​ເນີນ​ຢູ່​ສະ​ໜາມ​ກິ​ລາ Estadio Azteca, ກ່ອນ​ນັດ​ເຕະ​ຂອງ ເມັກ​ຊີ​ໂກ ແລະ ອາບ​ຟ​ຼິກ​ກາ​ໃຕ້ ໃນ​ເວ​ລາ 13 ໂມງ​ຂອງວັນ​ທີ 11 ມິ​ຖຸ​ນາ, ຕາມ​ເວ​ລາ​ທ້ອງ​ຖິ່ນ. ພິ​ທີ​ໄຂ​ທີ​ສອງ ໄດ້​ດຳ​ເນີນ​ຢູ່ ສະ​ໜາມ​ກິ​ລາ BMO Field, ຢູ່​ກາ​ນາ​ດາ. ພິ​ທີ​ໄຂ​ສຸດ​ທ້າຍ​ຢູ່ ສະ​ໜາມ​ກິ​ລາ SoFi Stadium (Los Angeles) ອາ​ເມ​ລິ​ກາ.

(ແຫຼ່ງຄັດຈາກ VOV)

ໂຮງໝໍກາງສະໜາມຂັ້ນ 2 ເລກ 7 ຍົກສູງກຳລັງຮັບມືກັບພະຍາດທີ່ຄະນະປະຕິບັດງານ UNMISS

ໂຮງໝໍກາງສະໜາມຂັ້ນ 2 ເລກ 7 ຍົກສູງກຳລັງຮັບມືກັບພະຍາດທີ່ຄະນະປະຕິບັດງານ UNMISS

ຈຸດເດັ່ນຂອງບັນດາການເຄື່ອນໄຫວແມ່ນການຝຶກຊ້ອມລວມ ດ້ວຍການຕິດຕາມ ແລະ ແລກປ່ຽນວິຊາສະເພາະຂອງຜູ້ຕາງໜ້າບັນດາໂຮງໝໍກາງສະໜາມ ແລະ ຫົວໜ່ວຍສາທາລະນະສຸກສາກົນທີ່ພວມປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານ.

Top