• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

WHO ກ່າວເຕືອນວ່າ ໂລກລະບາດ Covid – 19 ຍັງຄົງມີການຜັນແປຢ່າງສັບສົນໃນທົ່ວໂລກ

      ຕາມເວັບໄຊສະຖິຕິ Worldometers.info, ໄລ່ຮອດ ເວລາ 8 ໂມງເຊົ້າຂອງວັນທີ 9 ມິຖຸນາ (ຕາມເວລາ ຫວຽດນາມ), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid – 19 ແມ່ນເກືອບ 7,19 ລ້ານຄົນ ໃນນັ້ນມີຜູ້ເສຍຊີວິດກ່ວາ 408.000 ຄົນ.

ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (ພາບ: TTXVN) 
      ວັນທີ 8 ມີຖຸນາ, ອົງການອະນາໄມໂລກໄດ້ກ່າວເຕືອນບັນດາປະເທດບໍ່ໃຫ້ຂາດສະຕິລະວັງຕົວໃນຂະນະທີ່ໂລກລະບາດ Covid – 19 ຍັງຄົງມີການຜັນແປຢ່າງສັບສົນໃນທົ່ວໂລກ, ດ້ວຍຈຸດສຸມເກີດໂລກລະບາດແມ່ນ ອາບຟຼິກກາໃຕ້. ທີ່ການຖະແຫຼງຂ່າວກ່ຽວກັບໂລກລະບາດ Covid – 19 ຢູ່ສຳນັກງານຂອງອົງການນີ້ ຢູ່ເຊີແນວ, ສະວິດ, ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ ເນັ້ນໜັກວ່າ:
        ເຖິງວ່າສະພາບການຢູ່ເອີລົບດີຂຶ້ນແລ້ວກໍ່ຕາມ ແຕ່ໃນທົ່ວໂລກ, ໂລກລະບາດຍັງມີການຜັນແປຢ່າງຮ້າຍແຮງກ່ວາເກົ່າ. ໃນໄລຍະເວລາ 9 ໃນ 10 ມື້ມໍ່ໆມານີ້, ພວກຂ້າພະເຈົ້າໄດ້ຢັ້ງຢືນວ່າມີຜູ້ຕິດເຊື້ອ Covid – 19 ລາຍໃໝ່ຕື່ມອີກ ກ່ວາ 100.000 ຄົນ. ໃນວັນທີ 7 ມິຖຸນາ, ມີຜູ້ຕິດເຊື້ອລາຍໃໝ່ຕື່ມອີກຂຶ້ນເຖິງ 136.000 ຄົນ ໂດຍເປັນຕົວເລກສູງສຸດນັບແຕ່ກ່ອນມາຮອດປັດຈຸບັນ ແລະ 75% ຈຳນວນຜູ້ຕິດເຊື້ອດັ່ງກ່າວມາຈາກ 10 ປະເທດຢູ່ທະວີບອາເມລິກາ ແລະ ອາຊີໃຕ້.
        ໜຶ່ງໃນບັນດາຄວາມວິຕົກກັງວົນຕ່າງໆຂອງ WHO ແມ່ນເລື່ອງໂລກລະບາດ Covid – 19 ອາດຈະແຜ່ລະບາດຢ່າງແຮງຢູ່ອາເມລິກາ ແລະ ທະວີບເອີລົບຄືນໃໝ່ ຍ້ອນບັນດາການແຫ່ຂະບວນປະທ້ວງຕ້ານການຈຳແນກເຊື້ອຊາດຜິວພັນ ແລະ ການໃຊ້ຄວາມຮຸນແຮງຂອງຕຳຫຼວດ ທີ່ດຶງດູດຜູ້ເຂົ້າຮ່ວມນັບສິບພັນຄົນໃນໄລຍະທີ່ຜ່ານມາ.
(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top