• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

WHO ຮຽກຮ້ອງໃຫ້ຢຸດຕິສະພາບການ “ລັດທິຊາດນິຍົມວັກຊິນ”

      ຫຼາຍປະເທດພວມຖືຜົນປະໂຫຍດຂອງຕົນຢູ່ເໜືອກວ່າບັນດາປະເທດອື່ນ ແລະ ສິ່ງດັ່ງກ່າວພວມເຮັດໃຫ້ວິກິດການດ້ານສາທາລະນະສຸກໃນປັດຈຸບັນໂດຍໂລກລະບາດໂຄວິດ - 19 ກໍ່ຂຶ້ນ ຍິ່ງຊົ່ວຮ້າຍຫຼາຍກວ່າ.

ສັກທົດລອງວັກຊິນກັນພະຍາດໂຄວິດ - 19 ຢູ່ ອາຟະລິກາໃຕ້ ໃນວັນທີ 14/07/2020 (ພາບ: AFP/ TTXVN)
      ເພື່ອແນໃສ່ຮັບປະກັນແຫຼ່ງສະໜອງ ວັກຊິນ ກັນພະຍາດໂຄວິດ - 19, ຫຼາຍປະເທດພວມຖືຜົນປະໂຫຍດຂອງຕົນຢູ່ເໜືອກວ່າບັນດາປະເທດອື່ນ ແລະ ສິ່ງດັ່ງກ່າວພວມເຮັດໃຫ້ວິກິດການດ້ານສາທາລະນະສຸກໃນປັດຈຸບັນໂດຍໂລກລະບາດໂຄວິດ - 19 ກໍ່ຂຶ້ນ ຍິ່ງຊົ່ວຮ້າຍຫຼາຍກວ່າ. ທ່ານຜູ້ອໍານວຍການໃຫຍ່ອົງການອະນາໄມໂລກ (WHO) Tedros Adhanom Ghebreyesus ໄດ້ຍົກອອກຂໍ້ສັງເກດດັ່ງກ່າວໃນວັນທີ 18 ສິງຫາ ເມື່ອເຕື້ອງເຖິງປະກົດການເຊິ່ງທ່ານເອີ້ນວ່າ “ລັດທິຊາດນິຍົມວັກຊິນ”.
        ທ່ານຜູ້ອໍານວຍການໃຫຍ່ອົງການ WHO ເນັ້ນໜັກວ່າ ມີການກະທໍາຢ່າງມີຍຸດທະສາດ ແລະ ໃນຂອບເຂດທົ່ວໂລກ ແມ່ນຜົນປະໂຫຍດຢ່າງແທ້ຈິງຂອງແຕ່ລະປະເທດ. ທ່ານໃຫ້ຮູ້ວ່າ ທ່ານໄດ້ຝາກຈົດໝາຍເຖິງບັນດາປະເທດສະມາຊິກ ຂອງ WHO ທັງໝົດ, ໃນນັ້ນ ສະເໜີໃຫ້ບັນດາປະເທດເຫຼົ່ານີ້ ເຂົ້າຮ່ວມໃນຄວາມມານະພະຍາຍາມຫຼາຍຝ່າຍ ກ່ຽວກັບການພັດທະນາວັກຊິນກັນພະຍາດໂຄວິດ - 19.
(ແຫຼ່ງຄັດຈາກ VOV)

ມີ​ວິ​ສາ​ຫະ​ກິດ​ນິວ​ຊີ​ແລນ​ກ່​ວາ 20 ແຫ່ງ​ຈະ​​ແລກ​ປ່ຽນການ​ຄ້າ​ໂດຍ​ກົງ​ຢູ່​ງານ​ຕະຫຼາດ​ນັດ​ລະ​ດູ​ໃບ​ໄມ້ຫຼົ່ນ 2025

ມີ​ວິ​ສາ​ຫະ​ກິດ​ນິວ​ຊີ​ແລນ​ກ່​ວາ 20 ແຫ່ງ​ຈະ​​ແລກ​ປ່ຽນການ​ຄ້າ​ໂດຍ​ກົງ​ຢູ່​ງານ​ຕະຫຼາດ​ນັດ​ລະ​ດູ​ໃບ​ໄມ້ຫຼົ່ນ 2025

ເຫດການມີການເຂົ້າຮ່ວມຂອງກ່ວາ 20 ວິສາຫະກິດທີ່ມາຈາກນິວຊີແລນ ໃນຫຼາຍຂົງເຂດຄື: ການອອກແບບ, ກໍ່ສ້າງ, ເຕັກໂນໂລຢີ, ຊອບແວ, ຜະລິດຕະພັນກະເສດ (ໝາກໄມ້), ຜະລິດຕະພັນອາຫານເສີມເພື່ອສຸຂະພາບ, ການລົງທຶນ ແລະ ການບໍລິຫານໂຮງແຮມ, ການສຶກສາ, ການບໍລິການການຄ້ານຳເຂົ້າສົ່ງອອກ…

Top