• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

WHO ຕີລາຄາສູງການປຶກສາຫາລືກັບຈີນ ກ່ຽວກັບຕົ້ນກຳເນີດຂອງເຊື້ອໄວຣັດ SARS-CoV-2

      ກຸ່ມນັກຊ່ຽວຊານຂອງ WHO ທີ່ສືບສວນຕົ້ນກຳເນີດຂອງໂລກລະບາດໂຄວິດ-19 ຢູ່ນະຄອນ ອູ່ຫັນ (ຈີນ) ພວມມີບັນດາການປຶກສາຫາລືຢ່າງມີປະສິດທິຜົນກັບບັນດາເພື່ອນຮ່ວມງານຈີນ.
ກຸ່ມນັກຊ່ຽວຊານຂອງ WHO ທີ່ສືບສວນຕົ້ນກຳເນີດຂອງໂລກລະບາດໂຄວິດ-19 ຢູ່ນະຄອນ ອູ່ຫັນ
(ພາບ: AFP/TTXVN)
      ວັນທີ 01 ກຸມພາ, ທ່ານນາງປະລິນຍາເອກ Maria Van Kerkhove, ຫົວໜ້າກຸ່ມເຕັກນິກພະແນກພະຍາດສຸກເສີນຂອງອົງການອະນາໄມໂລກ (WHO) ໄດ້ຖະແຫຼງວ່າ, ກຸ່ມນັກຊ່ຽວຊານຂອງ WHO ທີ່ສືບສວນຕົ້ນກຳເນີດຂອງໂລກລະບາດໂຄວິດ-19 ຢູ່ນະຄອນ ອູ່ຫັນ (ຈີນ) ພວມມີບັນດາການປຶກສາຫາລືຢ່າງມີປະສິດທິຜົນກັບບັນດາເພື່ອນຮ່ວມງານຈີນ.
        ກ່ອນໜ້ານັ້ນ, ວັນທີ 01 ກຸມພາ, ກຸ່ມນັກຊ່ຽວຊານຂອງ WHO ໄດ້ໄປຢ້ຽມຢາມສູນຄວບຄຸມ ແລະ ສະກັດກັ້ນໂລກລະບາດ (CDC) ຂອງແຂວງ ຮູເປຍ, ເຊິ່ງແມ່ນແຂວງກວດພົບເຊື້ອພະຍາດເປັນຄັ້ງທຳອິດເມື່ອປີ 2019. ກຸ່ມນັກຊ່ຽວຊານໄດ້ມີການເຮັດວຽກເປັນເວລາກວ່າ 4 ຊົ່ວໂມງເຄິ່ງຢູ່ CDC ຮູເປຍ. ປະຈຸບັນ, ແຜນການຄົບຖ້ວນຂອງການສືບສວນຍັງບໍ່ທັນໄດ້ປະກາດເທື່ອ.
(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ຕອນບ່າຍວັນທີ 1 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານວາລະເຮັດວຽກທີ 2 ຂອງ ຄະນະຊີ້ນຳແຫ່ງຊາດຜັນຂະຫຍາຍມະຕິສະບັບເລກທີ 68 ຂອງກົມການເມືອງກ່ຽວກັບການພັດທະນາເສດຖະກິດເອກະຊົນ.

Top