• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

WHO ໃຫ້ຄຳໝັ້ນສັນຍາ ຮ່ວມເດີນທາງກັບ ຫວຽດນາມ ໃນໄລຍະດຳລົງຊີວິດຮ່ວມກັບ ໂຄວິດ - 19ຢ່າງປອດໄພ

      ສິ່ງບຸລິມະສິດສຳຄັນທີ່ສຸດໃນໄລຍະນີ້ແມ່ນ ເພີ່ມທະວີການປົກປ້ອງກຸ່ມຄົນທີ່ມີຄວາມສ່ຽງສູງ ແລະ ປະຕິບັດບັນດາມາດຕະການທີ່ຈຳເປັນເພື່ອບໍ່ໃຫ້ລະບົບສາທາລະນະສຸກຕົກເຂົ້າສູ່ສະພາບເຄື່ອນໄຫວເກີນຄວາມສາມາດ.
ທ່ານ ປ.ອ Kidong Park ຫົວໜ້າຜູ້ຕາງໜ້າອົງການອະນາໄມໂລກ (WHO) ປະຈຳ ຫວຽດນາມ
(ພາບ: Vietnam+)
      ທ່ານ ປ.ອ Kidong Park ຫົວໜ້າຜູ້ຕາງໜ້າອົງການອະນາໄມໂລກ (WHO) ປະຈຳ ຫວຽດນາມ ໃຫ້ຮູ້ວ່າ ອົງການອະນາໄມໂລກ (WHO) ໄດ້ໃຫ້ຄຳໝັ້ນສັນຍາຮັກສາການສົມທົບກັນຢ່າງແໜ້ນແຟ້ນ ກັບລັດຖະບານ ຫວຽດນາມ ໃນທຸກດ້ານກ່ຽວກັບວິວັດການຫັນປ່ຽນຈາກໄລຍະຄວມຄຸມໂລກລະບາດໂຄວິດ - 19 ໄປເປັນໄລຍະ “ດຳລົງຊີວິດຮ່ວມ ຢ່າງປອດໄພ” ເມື່ອໂລກລະບາດໂຄວິດ - 19 ບໍ່ໄດ້ຖືວ່າແມ່ນໂລກລະບາດຕໍ່ໄປແລ້ວແຕ່ເປັນພະຍາດພິເສດຊະນິດໜຶ່ງ. ສິ່ງບຸລິມະສິດສຳຄັນທີ່ສຸດໃນໄລຍະນີ້ແມ່ນ ເພີ່ມທະວີການປົກປ້ອງກຸ່ມຄົນທີ່ມີຄວາມສ່ຽງສູງ ແລະ ປະຕິບັດບັນດາມາດຕະການທີ່ຈຳເປັນເພື່ອບໍ່ໃຫ້ລະບົບສາທາລະນະສຸກຕົກເຂົ້າສູ່ສະພາບເຄື່ອນໄຫວເກີນຄວາມສາມາດ.
            ຕາມທ່ານ Park ແລ້ວ, ໄປຄຽງຄູ່ກັບວິວັດການຫັນໄປສູ່ໄລຍະຮັບມືກັບໂລກລະບາດໂຄວິດ - 19 ຢ່າງມີໄຫວພິບ ແລະ ປອດໄພ, ຫວຽດນາມ ຄວນສືບຕໍ່ເພີ່ມທະວີກຳລັງຄວາມສາມາດຂອງລະບົບສາທາລະນະສຸກຜ່ານການຍູ້ແຮງການສັກວັກຊິນໃຫ້ແກ່ປະຊາຊົນ ພ້ອມກັບການປະຕິບັດມາດຕະການປ້ອງກັນ, ຕ້ານໂລກລະບາດນັບແຕ່ຂັ້ນຮາກຖານ.
            ທ່ານ Kidong Park ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນການສະກັດກັ້ນສຳເລັດການແຜ່ລະບາດຮອບຕ່າງໆຂອງໂລກລະບາດ, ພ້ອມທັງສະແດງຄວາມເຄົາລົບຕໍ່ການປະຕິບັດຄຳໝັ້ນຂອງບັນດາທ້ອງຖິ່ນ ຜ່ານວຽກງານຂອງກຸ່ມຊຸມຊຸມປ້ອງກັນ, ສະກັດກັ້ນໂຄວິດ - 19 ແລະ ຊາວຫວຽດນາມ ຮ່ວມແຮງຮ່ວມໃຈ ຕ້ານໂລກລະບາດໂຄວິດ - 19 ດ້ວຍການປະຕິບັດມາດຕະການ 5 ຂໍ້ ແລະ ຍຸດທະສາດສັກວັກຊິນໃນຂອບເຂດທົ່ວປະເທດ.
            ເມື່ອເຕື້ອງເຖິງການໜູນຊ່ວຍຂອງ WHO ໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຂອງ ຫວຽດນາມ, ທ່ານປ.ອ Kindong Park ເນັ້ນໜັກວ່າ WHO ຈະສືບຕໍ່ໜູນຊ່ວຍກະຊວງສາທາລະນະສຸກຫວຽດນາມ  ພິຈາລະນາ ແລະ ອັບເດດການແນະນຳດ້ານເຕັກນິກໂດຍອີງໃສ່ຫຼັກຖານໃໝ່ຫຼ້າສຸດ.
(ແຫຼ່ງຄັດຈາກ VOV)

ຊອກໄດ້ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 100 ອັດຖິ ແລະ 2 ເຂດຝັງສົບລວມຢູ່ສວນສາທາລະນະ ເລທິຣຽງ

ຊອກໄດ້ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 100 ອັດຖິ ແລະ 2 ເຂດຝັງສົບລວມຢູ່ສວນສາທາລະນະ ເລທິຣຽງ

ບັ້ນ​ເຄື່ອນ​ໄຫວ​ໄດ້​ຈັດ​ຂຶ້ນ​ແຕ່​ວັນ​ທີ 15 ມີ​ນາ 2026 ຮອດ​ວັນ​ທີ 27 ກໍ​ລະ​ກ​ົດ 2027, ​ໂດຍວາງ​ອອກ​ເປົ້າ​ໝາຍ​ທ້​ອນ​ໂຮມ​ອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່​ອ​ຊາດ​ປະ​ທານ 7.000 ອັດ​ຖິ ແລະ ຢັ້ງ​ຢືນ​ຊື່ ແລະ ນາມ​ສະ​ກຸ່ນ​ຈາກ 18.000 ຕົວ​ຢ່າງ.

Top